

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງ, ຄົ້ນຄວ້າແລກປ່ຽນບົດຮຽນ ແລະ ເຮັດບົດເຝິກຫັດຕົວຈິງ ກ່ຽວກັບການສ້າງກົນໄກປະສານງານລະຫວ່າງ ຄສຜງ ສະພາປະຊາຊົນຂັ້ນແຂວງ ກັບບັນດາຂະແໜງການໃນຂົງເຂດເສດຖະກິດຂອງແຂວງ; ວິທີຜັນຂະຫຍາຍວິໄສທັດ, ຍຸດທະສາດ, ແຜນການ 5 ປີ ມາສ້າງເປັນແຜນການ, ແຜນດຳເນີນງານຂອງ ກສຕສ ແລະ ການຄົ້ນຄວ້າບັນຫາສຳຄັນພື້ນຖານຂອງຊາດຂອງ ກສຕສ; ການວິເຄາະບັນຫາ ແລະ ການແກ້ໄຂຄຳຮ້ອງຂໍຄວາມເປັນທຳໃນຂົງເຂດເສດຖະກິດ ເຊິ່ງຜູ້ເຂົ້າຮ່ວມໄດ້ທຸ້ມເທຄວາມຮູ້ຄວາມສມາດ ແລະ ເອົາໃຈໃສ່ຄົ້ນຄວ້າ, ເກັບກຳ, ຮຽນຮູ້ ແລະ ແລກປ່ຽນບົດຮຽນ, ປະກອບຄຳຄິດຄຳເຫັນ ແລະ ຊັກຖາມບັນຫາຕ່າງໆ ທີ່ວິທະຍາກອນໄດ້ນຳມາສະເໜີ ໃຫ້ມີຄວາມເຂົ້າໃຈ ຢ່າງເລິກເຊິ່ງ, ເຮັດໃຫ້ກອງປະຊຸມນີ້ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ສາມາດນຳເອົາຄວາມຮູ້ ແລະ ບົດຮຽນນີ້ ໄປນຳໃຊ້ ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ເກີດດອກອອກຜົນຕົວຈິງໃຫ້ຫລາຍຂຶ້ນ.

ຈາກນັ້ນ, ທ່ານ ຄຳມ່ວນ ຊົມສີຫາປັນຍາ ຍັງໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມຕື່ມອີກ.
(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)