(ສພຊ) – ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 6 ມິຖຸນານີ້ ພາຍຫຼັງດຳເນີນມາເປັນເວລາ 4 ວັນ ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ), ລັດຖະມົນຕີ, ຮອງລັດຖະມົນຕີກະຊວງ ແລະ ອົງການທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງຫຼວງຫຼາຍ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງເງື່ອນໄຂໃຫ້ບັນດາທ່ານ ສສຊ ເຂົ້າໃຈບັນດາເນື້ອໃນຂອງເອກະສານທີ່ຈະພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ໃຫ້ຈະແຈ້ງ, ສ້າງຄວາມເປັນເອກະພາບຢ່າງສູງຕໍ່ທິດທາງແນວທາງນະໂຍບາຍຂອງພັກ, ລັດ ເພື່ອເຮັດໃຫ້ການປະ ກອບຄໍາຄິດຄໍາເຫັນຢູ່ກອງປະຊຸມສະໄໝສາມັນເທື່ອທີ 9 ໃນຕໍ່ໜ້ານີ້ ມີລັກສະນະສ້າງສັນ, ແທດຕົວຈິງ, ມີເຫດຜົນ ພ້ອມທັງຊອກຫາວິທີແກ້, ທາງອອກໃຫ້ແກ່ລັດຖະບານ.

ໃນກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນຢ່າງສ້າງສັນ, ກົງໄປກົງມາ ຕໍ່ບັນດາບົດລາຍງານຂອງລັດຖະບານ ຄື: 1. ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025; 2. ການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026 -2030); 3. ການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ ແລະ ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້ານໍ້າຕົກ; 4. ການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ, ສ້ອມແປງເສັ້ນທາງໃນໄລຍະໃໝ່; 5. ການປັບປຸງກົດໝາຍ 3 ສະບັບຂົງເຂດສະພາແຫ່ງຊາດ; 6. ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍປະກັນສັງຄົມ; 7. ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ; 8. ການສ້າງ ແລະ ປັບປຸງກົດໝາຍຈໍານວນໜຶ່ງ ທີ່ຈະສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX; 9. ການວິເຄາະບົດບາດການເປັນຕົວແທນຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ພາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະ ກອບຄໍາເຫັນຢ່າງຫຼາກຫຼາຍ, ກົງໄປກົງມາ, ມີລັກສະນະສ້າງສັນ ເພື່ອພ້ອມກັນຊອກຫາວິທີທາງແກ້ໄຂບັນດາບັນຫາທີ່ເຄັ່ງຮ້ອນຂອງປະເທດເຮົາ, ໄດ້ສົມທຽບສະພາບຕົວຈິງ ແລະ ມີຄວາມເປັນເອກະພາບຕໍ່ເນື້ອໃນຕ່າງໆທີ່ໄດ້ນໍາມາລາຍງານຕໍ່ກອງປະຊຸມຄັ້ງນີ້ ເຊິ່ງຈະເປັນຂໍ້ມູນທີ່ສໍາຄັນ ແລະ ມີປະໂຫຍດຫຼາຍໃຫ້ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ເພື່ອນໍາໄປຄົ້ນຄວ້າປັບປຸງເນື້ອໃນບັນດາບົດລາຍງານ, ຮ່າງກົດໝາຍ ໃຫ້ສົມບູນ, ຄົບຖ້ວນ, ຈະແຈ້ງ, ຮັດກຸມ ແລະ ມີຄວາມເປັນເອກະພາບ ກ່ອນຈະນໍາເຂົ້າພິຈາລະນາ ແລະ ຮັບຮອງຢູ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX;ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ແມ່ນໝາກຜົນຂອງການເສີມຂະຫຍາຍສະຕິປັນຍາ, ຄວາມຮັບຜິດ ຊອບໜ້າທີ່ການເມືອງຂອງບັນດາສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະ ບານ ສະແດງໃຫ້ເຫັນໝາກຜົນຂອງການປະສານສົມທົບລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບ ລັດຖະບານ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທົ່ວປະເທດ, ລະຫວ່າງຄະນະເລຂາ ທິການສະພາແຫ່ງຊາດ ກັບ ບັນດາກໍາທິການ, ສະຖາບັນຄົ້ນຄວ້ານິຕິກໍາ ແລະ ຄະນະເລຂາທິການສະ ພາປະຊາຊົນຂັ້ນແຂວງ.
(ນາງ ອາລິນ ສຸພິມມະປະດິດ)