loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສຳເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານ

​ກ.ກ. 2, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານ ໄດ້ຈັດຂຶ້ນໃນຕອນບ່າຍວັນຈັນທີ 01 ກໍລະກົດ 2024 ໂດຍການເປັນປະທານຮ່ວມຂອງສະຫາຍ ແສງແກ້ວ ວົງນະລາດ ຄະນະພັກຮາກຖານຄະນະເລຂາທິການສະພາແຫ່ງຊາດ, ເລຂາໜ່ວຍພັກກົມຈັດຕັ້ງ-ພະນັກງານ, ສະຫາຍ ພອນແກ້ວ ຕົ້ນວໍລະຈິດ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ແລະ ສະຫາຍ ສິດທິກອນ ພະຈັນສິດທິ ເລຂາໜ່ວຍຊາວໜຸ່ມຮາກຖານກົມຈັດຕັ້ງ-ພະ ນັກງານ; ເຂົ້າຮ່ວມມີຜູ້ຕາງໜ້າຈາກບັນດາໜ່ວຍຊາວໜຸ່ມອ້ອມຂ້າງສະພາແຫ່ງຊາດ ແລະ ອົງການຈັດຕັ້ງມະຫາຊົນພາຍໃນກົມດັ່ງກ່າວ.

ຜູ້ແທນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ເນື້ອໃນຂອງບົດສະຫຼຸບການເຄື່ອນ ໄຫວວຽກງານຂອງໜ່ວຍຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານ ຢ່າງມີເນື້ອໃນເລິກເຊິ່ງ ແລະ ເປັນເອກະພາບກັນຮັບຮອງເອົາບົດສະຫຼຸບດັ່ງກ່າວ ເປັນຕົ້ນແມ່ນການສັງເກດຕີລາຄາຜົນງານດ້ານຕັ້ງໜ້າ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການເຄື່ອນໄຫວວຽກງານໄລຍະ 5 ປີຜ່ານມາ, ພ້ອມທັງວາງທິດທາງແຜນການທີ່ຈະຕ້ອງຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ. ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມຮາກຖານຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂທີ່ກຳ ນົດໄວ້ ເຊິ່ງມີຜູ້ອອກສະໝັກ 5 ສະຫາຍ ຍິງ 2 ສະຫາຍ, ເລືອກເອົາ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກຂອງຄະນະໜ່ວຍຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານ ຊຸດທີ II ໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ຈິດຕິສັກ ລາດສິມຄຳ ເປັນເລຂາ, ສະຫາຍ ນາງ ກອງມະນີ ແກ້ວມະນີວອນ ເປັນຮອງເລຂາ ແລະ ປະທານກວດ ກາ, ສະຫາຍ ນາງ ກຸ້ງແກ້ວ ວິໄລວົງ ເປັນຄະນະ.

ໂອກາດນີ້, ສະຫາຍ ແສງແກ້ວ ວົງນະລາດ ໄດ້ມີຄຳເຫັນໂອ້ລົມຕໍ່ທີ່ປະຊຸມ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະໜ່ວຍຊາວໜຸ່ມຊຸດຜ່ານມາ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍ ທີ່ຍາດໄດ້ໃນຫຼາຍໆດ້ານ. ໂຄງ​ປະກອບ​ຂອງ​ຄະນະໜ່ວຍຊາວໜຸ່ມ​ຮາກ​ຖານ​ຊຸດ​​ໃໝ່​ນີ້ ສ່ອງ​ແສງ​ໃຫ້​ເຫັນ​ລັກສະນະ​ສືບ​ທອດ, ຜົນ​ໄດ້​ຮັບ​ດັ່ງ​ກ່າວ​ນີ້ ດ້ານ​ໜຶ່ງ​ກໍ​ຍ້ອນ​ການ​ເອົາ​ໃຈ​ໃສ່​ຊີ້​ນໍາຂອງ​ຄະນະ​ໜ່ວຍ​ພັກ​ກົມຈັດຕັ້ງ-ພະນັກງານ, ຄະນະ​ໜ່ວຍຊາວໜຸ່ມຮາກຖານຊຸດ​ເກົ່າ, ດ້ານ​ໜຶ່ງ​ກໍ​ຍ້ອນຄວາມ​ຮັບຜິດຊອບ​ດ້ານ​ການ​ເມືອງ ​ແລະ ຄວາມ​ສາມັກຄີ​ເປັນ​ເອກ​ະພາບ​ຂອງ​ບັນດາ​ສະຫາຍ​ຜູ້​ແທນ​ກອງ​ປະຊຸມ​; ເຖິງ​ຢ່າງ​ໃດ​ກໍ​ດີ, ​ຮຽກຮ້ອງ​ມາ​ຍັງ​ບັນດາ​ສະຫາຍ​ໃນ​ຄະນະ​ໜ່ວຍ​ຊາວໜຸ່ມ​ຊຸດ​ໃໝ່ ຕ້ອງ​ເອົາ​ໃຈ​ໃສ່​ເພີ່​ມທະວີ​ຄວາມ​ສາມັກຄີ, ຄວາມ​ເປັນ​ເອກ​ະພາບພາຍ​ໃນ​ໃຫ້​ເປັນ​ປຶກ​ແຜ່ນ, ຍົກ​ສູງ​ຄວາ​ມຮັບຜິດຊອບ​ທາງ​ການ​ເມືອງ, ປັບປຸງ​ແຜນການ​ນໍາພາ ​ແລະ ວິທີ​ເຮັດ​ວຽກ​ໃຫ້​ດີ​ຂຶ້ນ​ຕື່ມ ​ແລະ ຕ້ອ​ງ​ເປັນ​ແບບຢ່າງ​ໃນ​ການ​ດໍາລົງ​ຊີວິດໃຫ້​ສົມ​ກັບ​ຄວາມ​ເຊື່ອ​ໝັ້ນ ​ແລະ ຄວາມ​ໄວ້​ວາງ​ໃຈຂອງ​ສະມາຊິກຊາວໜຸ່ມ ທີ່​ໄດ້​ເລືອກ​ມາ​ເປັນ​ຕົວ​ແທນ​ແກນ​ນໍາ​ຂອງ​ໜ່ວຍ​ຊາວໜຸ່ມ​.

(ຂ່າວ-ພາບ: ອານຸສອນ ພູມມີທອນ)