(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 16 ທັນວາ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 18 ທັນວານີ້ ທີ່ຫໍວັດທະນະທຳໄກສອນ ພົມວິຫານ ພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນເເຂວງ ໂດຍການເຂົ້າຮ່ວມຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ, ບັນດາການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນເເຂວງ (ສສຂ) ປະຈຳແຕ່ລະເຂດເລືອກຕັ້ງເມືອງ, ຫົວໜ້າ-ຮອງຫົວໜ້າພະ ແນກການ, 2 ກອງບັນຊາການ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ແຂກຖືກເຊີນ.
ກອງປະຊຸມໄດ້ຮັບຟັງບົດລາຍງານວຽກງານຂອງອົງການປົກຄອງແຂວງ, ບົດສະເໜີຂອງທ່ານເຈົ້າແຂວງ ກ່ຽວກັບການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ສະເໜີແຕ່ງຕັ້ງບຸກຄະລາກອນ; ບັນດາບົດລາຍງານຂອງອົງການກວດກາລັດແຂວງ, ອົງການກວດສອບປະຈຳພາກກາງ 2, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ສະພາປະຊາຊົນແຂວງ ແລະ ຮ່າງມະຕິກອງປະຊຸມ ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ; ຈາກນັ້ນ, ບັນດາທ່ານ ສສຊ ແລະ ສສຂ ໄດ້ພ້ອມກັນທຸ່ມເທເຫື່ອແຮງ, ສະຕິປັນຍາ, ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ, ພິຈາລະນາບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ເຊິ່ງໄດ້ຮັບຮອງອອກເປັນມະຕິກອງປະຊຸມ ສພຂ ດັ່ງນີ້:
1. ມະຕິວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 5 ປີ ຄັ້ງທີ IX (2021-2025), ບົດລາຍງານປີ 2025 ແລະ ທິດທາງແຜນການປີ 2026;
2. ມະຕິວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ;
3. ມະຕິວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ;
4. ມະຕິວ່າດ້ວຍການຮັບຮອງເອົາການສະເໜີສ້າງຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ເປັນອົງການທຽບເທົ່າພະແນກຂັ້ນແຂວງ;
5. ມະຕິວ່າດ້ວຍການຮັບຮອງເອົາການສະເໜີສ້າງຕັ້ງຕາແສງໃນທົ່ວແຂວງສະຫວັນນະເຂດ;
6. ມະຕິວ່າດ້ວຍການຮັບຮອງເອົາການສະເໜີແຕ່ງຕັ້ງທ່ານ ແສນສັກ ພິມວົງສາ ເປັນປະທານອົງການກວດກາລັດແຂວງ;
7. ມະຕິວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ບົດລາຍງານປີ 2025 ແລະ ທິດທາງແຜນການປີ 2026, ບົດລາຍງານແກ້ໄຂ້ຜົນການກວດກາຕາມມະຕິກອງປະຊຸມສະພາປະຊາຊົນແຂວງ ຂອງອົງການກວດກາລັດແຂວງ;
8. ມະຕິວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 3 ປີ (2023-2025), ປະຈໍາປີ 2025 ແລະ ທິດທາງແຜນການປະຈຳປີ 2026; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ຂອງອົງການກວດສອບປະຈໍາພາກກາງ 2;
9. ມະຕິວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ບົດລາຍງານປີ 2025 ແລະ ທິດທາງແຜນການປີ 2026 ຂອງອົງການໄອຍະການປະຊາຊົນແຂວງ;
10. ມະຕິວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ບົດລາຍງານປີ 2025 ແລະ ທິດທາງແຜນການປີ 2026 ຂອງສານປະຊາຊົນແຂວງ;
11. ມະຕິວ່າດ້ວຍການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ IV ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດທີ V.
ສຳເລັດກອງປະຊຸມສະໄໝສາມັນເທື່ອທີ 10 ສພຂ ສະຫວັນນະເຂດ
