

ໃນໄລຍະດຳເນີນກອງປະຊຸມ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ຮັບຟັງການລາຍງານໂດຍສັງເຂບຂອງທ່ານເຈົ້າແຂວງໆສະຫວັນນະເຂດ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022; ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022; ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022; ລາຍງານກ່ຽວກັບການຄຸ້ມຄອງການຂຸດຄົ້ນແຮ່ທາດ ພາຍໃນແຂວງສະ ຫວັນນະເຂດ; ລາຍງານກ່ຽວກັບການປັບປຸງຄຸນນະພາບລະບົບການຮຽນ-ການສອນ ທຸກຊັ້ນທຸກສາຍ ໃນໄລຍະໃໝ່; ລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ລາຍງານກ່ຽວກັບການປະຕິບັດພາລະບົດບາດຕິດຕາມກວດກາທົ່ວໄປ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ; ລາຍງານກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຕັດສິນຄະດີແພ່ງ, ຄະດີອາຍາ, ກົນໄກການປະສານສົມທົບ ໃນການດໍາເນີນຄະດີຂອງສານປະຊາຊົນແຂວງ, ເຂດ ໂດຍຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ; ລາຍງານກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານທະບຽນສານ ແລະ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ ພ້ອມທັງລາຍງານ ກ່ຽວກັບການຂຶ້ນບັນຊີເຕົ້າໂຮມຊັບສິນ ທີ່ສານຕັດສິນຮິບເປັນຂອງລັດ ໃນໄລຍະຜ່ານມາ; ລາຍງານກ່ຽວກັບການຈັດຕັ້ງປະຕິບັດນິຕິກໍາໃຕ້ກົດໝາຍໃນໄລຍະຜ່ານມາ ໂດຍສະເພາະຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການກໍານົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງທົ່ວແຂວງສະຫວັນນະເຂດ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຮັບຮອງເອົາແຜນຈັດສັນທີ່ດິນເບື້ອງຕົ້ນຂອງແຂວງສະຫວັນນະເຂດ ຮອດປີ 2025. ພ້ອມນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ກໍໄດ້ສຸມຄວາມຮູ້ ຄວາມສາມາດ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນ ຢ່າງມີເຫດມີຜົນ, ມີເນື້ອໃນເລິກເຊິ່ງ ສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບ ໃນການຈັ້ດຕັ້ງປະຕິບັດພາລະບົດບາດ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃນແຂວງສະຫວັນນະເຂດ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານ, ການປະກອບຄໍາເຫັນຂອງຄະນະປະຈໍາສະພາປະຊາຊົນແຂວງ, ການຊັກຖາມກັບທີ່ຂອງຜູ້ແທນຢ່າງເລິກເຊິ່ງ, ຖີ່ຖ້ວນ ລວມເຖິງການຊີ້ແຈງບັນຫາສໍາຄັນຕໍ່ຄໍາຊັກຖາມຂອງອົງການປົກຄອງແຂວງ, ຫົວໜ້າອົງການໄອຍະການປະຊາຊົນແຂວງ, ປະທານສານປະຊາຊົນແຂວງ, ບັນດາພະແນກການ ແລະ ກົມກອງທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ.

ຜ່ານການຄົ້ນຄວ້າ ແລະ ປະກອບຄໍາເຫັນແຕ່ລະບັນຫາທີ່ໄດ້ນໍາເຂົ້າໃນກອງປະຊຸມຄັ້ງນີ້ ກອງປະຊຸມຕົກລົງດັ່ງນີ້:
1. ກອງປະຊຸມໄດ້ ພິຈາລະນາ, ຮັບຮອງເອົາການລາຍງານໂດຍສັງເຂບຂອງທ່ານເຈົ້າແຂວງໆສະຫວັນນະເຂດ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2022;
2. ໄດ້ພິຈາລະນາ, ຮັບຮອງເອົາການປະເມີນບ້ານເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ ຂອງອົງການປົກຄອງແຂວງ;
3. ພິຈາລະນາ, ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງຄະນະປະຈໍາສະພາປະຊາຊົນແຂວງ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II.

(ພາບ ແລະ ຂ່າວ: ກົງທະນູຄຳ ພິພັດເສລີ)