(ສພຊ) – ສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ສຳເລັດການເປັນເຈົ້າພາບຈັດກອງປະຊຸມກໍາມາ ທິການວຽກງານສະມາຊິກລັດຖະສະພາ ແລະ ກອງປະຊຸມສຳມະນາໂຕະມົນ ຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF) ທີ່ນະຄອນຫຼວງວຽງຈັນ, ສປປລາວ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 12-14 ມີນາ 2025; ກອງປະຊຸມໄດ້ດຳເນີນໄປພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ, ປະທານຄະນະລັດຖະສະພາຝຣັ່ງໂກໂຟນີ ຂອງສະພາແຫ່ງຊາດລາວ ແລະ ທ່ານ ຮຸດແຊັງ ບວກຊີ ຮອງປະທານກຳມາທິການວຽກງານສະມາຊິກລັດຖະສະພາຂອງຝຣັ່ງ, ໂດຍມີຜູ້ເຂົ້າຮ່ວມຈາກປະເທດສະມາຊິກ APF ຫຼາຍກວ່າ 65 ທ່ານ ທີ່ມາຈາກ 11 ປະເທດສະມາຊິກຝຣັ່ງໂກໂຟນີ.

ກອງປະຊຸມຄັ້ງນີ້, ຄະນະຜູ້ແທນໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນຂໍ້ມູນຂ່າວສານ ແລະ ຄຳຄິດຄຳເຫັນເຊິ່ງກັນແລະກັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ແລະ ສ້າງສັນ ຕໍ່ບົດລາຍງານກ່ຽວກັບຄວາມຮັບຜິດຊອບທາງດ້ານຈັນຍາບັນຂອງບັນດາສະມາຊິກລັດຖະສະພາ ໃນການປະເຊີນໜ້າກັບຂ່າວທີ່ບໍ່ຈິງ, ບົດລາຍງານຄວາມຄືບໜ້າຂອງແຜນການປະຕິບັດງານທີ່ດີຂອງລັດຖະສະພາໃນການສົ່ງເສີມການນຳໃຊ້ພາສາຝຣັ່ງ ແລະ ບົດລາຍງານຄວາມຄືບໜ້າຂອງການສ້າງນິຕິກຳ ເພື່ອປົກປ້ອງຜູ້ໃຫ້ເບາະແສ; ກອງປະຊຸມໄດ້ເຫັນດີເປັນເອກະພາບກັນ ໃນການສົ່ງເສີມການສ້າງ ແລະ ປັບປຸງນິຕິກຳໃຫ້ມີຄວາມຮັດກຸມ, ຮັບປະກັນ ແລະ ສອດຄ່ອງກັບສະພາບການ ໃນການຫັນເປັນດິຈິຕອນ ແລະ ການນຳໃຊ້ປັນຍາປະດິດ ເພື່ອການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດຕ່າງໆ, ຫຼຸດຜ່ອນຄວາມແຕກໂຕນທາງດ້ານດິຈິຕອນ ເພື່ອຮັບປະກັນການພັດທະນາແບບຍືນຍົງ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດທີ່ໃຊ້ພາສາຝຣັ່ງໃຫ້ດີຂຶ້ນ ລວມໄປເຖິງການສົ່ງເສີມການນຳໃຊ້ລະບົບດິຈິຕອນ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງລັດຖະສະພາຂອງສະມາຊິກຝຣັ່ງໂກໂຟນີ ໃຫ້ມີການພັດທະນາເລື້ອຍໆ.
ຜົນຂອງກອງປະຊຸມຄັ້ງນີ້ ຈະເປັນຂໍ້ມູນທີ່ສຳຄັນເພື່ອສັງລວມເປັນຮ່າງບົດລາຍງານຂອງກຳມາທິການວຽກງານສະມາຊິກລັດຖະສະພາ ແລະ ຈະຖືກຮັບຮອງເອົາໃນກອງປະຊຸມສະມັດຊາໃຫຍ່ລັດຖະສະພາຝຣັ່ງໂກໂຟນີ ຄັ້ງທີ 50 ເຊິ່ງຈະຈັດຂຶ້ນໃນເດືອນກໍລະກົດ 2025 ທີ່ນະຄອນຫຼວງປາຣີ, ປະເທດຝຣັ່ງ.
(ຂ່າວ: ກົມພົວພັນລັດຖະສະພາຫຼາຍຝ່າຍ, ພາບ: ກົມສື່ມວນຊົນ)