ສຳມະນາວຽກງານເສດຖະສາດດ້ານສຸຂະພາບ ແລະ ການສ້າງຄວາມຊໍານານງານດ້ານສາທາລະນະສຸກ

ຕ.ລ. 18, 2025

(ສພຊ) – ກອງປະຊຸມສຳມະນາກ່ຽວກັບວຽກງານເສດຖະສາດດ້ານສຸຂະພາບ ແລະ ການສ້າງຄວາມຊໍານານງານດ້ານສາທາລະນະສຸກ ໃຫ້ແກ່ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດກໍາມາທິການວັດທະນະທໍາ-ສັງຄົມ ໄດ້ຈັດຂຶ້ນໃນວັນທີ 17-18 ຕຸລານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການວັດທະນະທໍາ-ສັງຄົມ (ກວທສ) , ເຂົ້າຮ່ວມມີບັນດາທ່ານປະທານ-ຮອງປະທານກຳມາທິການ ແລະ ຮອງເລຂາທິການສະພາແຫ່ງຊາດ, ຜູ້ຕາງໜ້າອົງການ HEALTH POVERTY ACTION (HPA) ແລະ ອົງການ GAVI, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ທີ່ເປັນກຳມະການຂອງ ກວທສ, ຊ່ຽວຊານ ແລະ ວິທະຍາກອນຈາກບັນດາກະຊວງ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນ.
ທັງນີ້, ກໍເພື່ອຍົກສູງຄວາມຮັບຮູ້ກ່ຽວກັບການລົງທຶນທາງດ້ານສຸຂະພາບແຫ່ງຊາດ, ການຮັບປະກັນຄວາມຍືນຍົງທາງດ້ານງົບປະມານ ແລະ ຍຸດທະສາດການຈັດຫາງົບປະມານ, ການນໍາໃຊ້ຍຸດທະສາດ ແລະ ທາງເລືອກດ້ານນະໂຍບາຍທີ່ເໝາະສົມ ໃນການຈັດສັນຊັບພະຍາກອນທີ່ສົມດຸນກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ; ປຶກສາຫາລືການສ້າງຕັ້ງຄະນະ ສສຊ ກ່ຽວກັບສຸຂະພາບ ແລະ ການສັກຢາປ້ອງກັນພະຍາດ ໂດຍສະເພາະວຽກງານຕິດຕາມກວດກາ, ສ້າງ ແລະ ຜັນຂະຫຍາຍ ບັນດານິຕິກຳທີ່ກ່ຽວຂ້ອງກັບການຄຸ້ມຄອງ ແລະ ຈັດສັນງົບປະມານດ້ານສາທາລະນະສຸກ ທີ່ຕິດພັນກັບວຽກງານວັກຊີນກັນພະຍາດ.
ທ່ານ ບຸນຕາ ເທບພະວົງ ກ່າວວ່າ: ວຽກງານສາທາລະນະສຸກ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍ ຕິດພັນກັບຊີວິດ, ສຸຂະພາບຂອງປະຊາຊົນ ແລະ ສົ່ງຜົນຕໍ່ການພັດທະນາຊັບພະຍາກອນມະນຸດ ກໍຄືການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ເພື່ອພັດທະນາວຽກງານດັ່ງກ່າວ ມັນຮຽກຮ້ອງໃຫ້ມີແຜນງົບປະມານແຫ່ງລັດ ເພື່ອຈັດສັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະກໍຄືແຜນພັດທະນາວຽກງານສາທາລະນະສຸກ ເປັນຕົ້ນ: ການບໍລິການສຸຂະພາບ, ການໃຫ້ວັກຊິກກັນພະຍາດ ແລະ ອື່ນໆ. ພ້ອມກັນນັ້ນ, ປະສິດທິພາບຂອງວຽກງານສາທາລະນະສຸກ ຍັງບໍ່ທັນສູງເທົ່າທີ່ຄວນ ຍ້ອນງົບປະມານ ແລະ ການລົງທຶນທີ່ນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ ຍັງຈໍາກັດ; ງົບປະມານສໍາລັບປັບປຸງໂຮງໝໍ, ສຸກສາລາ, ການຈັດຊື້ຢາ ແລະ ເຄື່ອງມືແພດທີ່ທັນສະໄໝ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງປະຊາຊົນໄດ້ຢ່າງທົ່ວເຖິງ ເຊິ່ງໃນເງື່ອນໄຂສະພາບງົບປະມານມີຈໍາກັດ ພວກເຮົາຕ້ອງມີຍຸດທະສາດເພື່ອຈັດຫາງົບປະມານ, ລວມທັງການກໍານົດນະໂຍບາຍ ແລະ ການຕິດຕາມກວດກາວຽກງານດັ່ງກ່າວ.
ກອງປະຊຸມໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມສຳມະນາຄັ້ງຜ່ານມາ ກ່ຽວກັບການຊຸກຍູ້ສົ່ງເສີມການມີສ່ວນຮ່ວມ ແລະ ການນໍາພາ ເພື່ອສ້າງຄວາມຍືນຍົງດ້ານການເງິນສາທາລະນະສຸກ ແລະ ການມີສຸຂະພາບດີທຸກຖ້ວນໜ້າໃນ ສປປລາວ; ຂັ້ນຕອນ, ຂະບວນການຄົ້ນຄວ້າ ແລະ ພິຈາລະນາ ໃນການຈັດສັນງົບປະມານດ້ານສຸຂະພາບ; ຄວາມຕ້ອງການດ້ານງົບປະມານສາທາລະນະສຸກ; ການກວດກາ ແລະ ທົບທວນຄືນ ຂະບວນການຄົ້ນຄວ້າຈັດສັນງົບປະມານ; ການສົນທະນາກ່ຽວກັບນະໂຍບາຍເພື່ອສັງລວມຫຍໍ້ນະໂຍບາຍກ່ຽວກັບພາສີດ້ານສຸຂະພາບ, ຊ່ອງວ່າງດ້ານງົບປະມານ ແລະ ການຈັດຫາງົບປະມານສໍາລັບວັກຊີນກັນພະຍາດ; ການສະເໜີສ້າງຕັ້ງຄະນະສະມາຊິກສະພາແຫ່ງຊາດ ກ່ຽວກັບສຸຂະພາບ ແລະ ການສັກຢາປ້ອງກັນພະຍາດ; ການແລກປ່ຽນຄວາມຄິດເຫັນດ້ານນະໂຍບາຍ ແລະ ເຫດການຈໍາລອງ.
ບັນດາຜູ້ແທນໄດ້ພ້ອມກັນເອົາໃຈໃສ່ດ້ວຍຄວາມຮັບຜິດຊອບ ໃນການຕິດຕາມ, ເກັບກຳ, ແລກປ່ຽນບົດຮຽນເຊິ່ງກັນແລະກັນ ແລະ ປະກອບຄວາມຄິດຄວາມເຫັນຢ່າງກົງໄປກົງມາ ແລະ ຊັກຖາມໃນບັນຫາຕ່າງໆ ທີ່ວິທະຍາກອນ ແລະ ຊ່ຽວຊານ ໄດ້ນຳມາສະເໜີ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ.

(ນາງ ອາລິນ ສຸພິມມະປະດິດ)