

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອການສົ່ງເສີມສ້າງຄວາມຮູ້ໃຫ້ແກ່ວິຊາການກ່ຽວກັບວຽກງານກຳມາທິການຂອງລັດຖະສະພາ ຄັ້ງທີ 3 ຂອງສູນລັດຖະສະພາອາຊີ ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຮັບຮູ້ກ່ຽວກັບລະບົບວຽກງານຄະນະກຳມາທິການລັດຖະສະພາໃນສະພາການາດາ (ລະດັບຊາດ) ຈາກທ່ານ John Christopher ຜູ້ອໍານວຍການດ້ານການພັດທະນາຄວາມສາມາດ, ສູນຄົ້ນຄວ້າລັດຖະສະພາແຫ່ງອາຊີ (PCAsia) ແລະ ໄດ້ຮັບຟັງການສາຍບັນທຶກວີດີໂອ ກ່ຽວກັບລະບົບວຽກງານຄະນະກຳມາທິການໃນສະພານິຕິບັນຍັດຂອງອອນທາຣຽວ, ການາດາ (ລະດັບແຂວງ) ຈາກທ່ານ Michael Morden ຜູ້ອໍານວຍການຄົ້ນຄວ້ານິຕິກຳ, ສະພານິຕິບັນຍັດຂອງອອນທາຣຽວ ການາດາ; ໄດ້ຮັບຟັງການແລກປ່ຽນປະສົບການກ່ຽວກັບການເຮັດວຽກຂອງຄະນະກໍາມາທິການລັດຖະສະພາຈາກ 4 ປະເທດທີ່ເຂົ້າຮ່ວມ ປະກອບມີ: ພາລະບົດບາດຂອງກໍາມາທິການ; ໜ້າວຽກຂອງພະນັກງານໃນກຳມາທິການ; ໜ້າທີ່ຄວາມຮັບຜິດຊອບຂອງກໍາມາທິການ ແລະ ພາລະບົດບາດຂອງນັກຄົ້ນຄວ້າຄະນະກໍາມະການທີ່ໄດ້ຮັບມອບໝາຍໃຫ້ຄະນະກໍາມາທິການ ນອກຈາກນັ້ນ, ຍັງໄດ້ຮັບຟັງການສະເໜີບົດ ໂດຍຜ່ານລະບົບຊູມ (ZOOM) ກ່ຽວກັບລະບົບວຽກງານຄະນະກໍາມາທິການໃນລັດຖະສະພາຂອງສະວິດ ຈາກທ່ານ Michael Ruch ຮອງເລຂາທິການຄະນະກໍາມະການສິ່ງແວດລ້ອມ, ການວາງແຜນພື້ນທີ່ ແລະ ພະລັງງານ, ຝ່າຍບໍລິການລັດຖະສະພາສະວິດ ແລະ ຈາກທ່ານ Nicolas Reist ຮອງເລຂາທິການ, ຄະນະກໍາມະການຕຸລາການ ແລະ ນັກວິເຄາະນະໂຍບາຍ, ຄະນະກໍາມະການດ້ານກົດໝາຍ, ຝ່າຍບໍລິການລັດຖະສະພາສະວິດ.

ຫຼັງຈາກນັ້ນ, ໄດ້ມີການສົນທະນາແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ລະຫວ່າງພະນັກງານພາຍໃນສະພາແຫ່ງຊາດ ແລະ ສະມາຊິກລັດຖະສະພາໄອປາ ພ້ອມທັງໄດ້ຮັບຟັງການປະກອບຄໍາເຫັນ ແລະ ຜົນຂອງກອງປະຊຸມ ຈາກທ່ານ John Christopher.


(ຂ່າວ: ນາງ ນິດຕາ ຄຸນປາກດີ, ພາບ: ອານຸສອນ ພູມມີທອນ)