(ສພຊ) – ກອງປະຊຸມສຳມະນາປຶກສາຫາລືນະໂຍບາຍລະດັບຊາດ ພາຍໃຕ້ຫົວຂໍ້ “ການລົງທຶນເພື່ອຊຸກຍູ້ການພັດທະນາ ແລະ ການເຕີບໂຕເສດຖະກິດ-ສັງຄົມ” ເຊິ່ງຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນເມື່ອວັນທີ 16 ຕຸລາຜ່ານມາ ທີ່ໂຮງແຮມດອນຈັນພາເລດ ໂດຍການເປັນປະທານຂອງທ່ານ ປອ. ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ, ມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການຈັດຕັ້ງພັກ-ລັດ, ຜູ້ປະກອບການຈາກພາກທຸລະກິດ, ບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ປອ. ລີເບີ ລີບົວປາວ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຈຸດປະສົງຕົ້ນຕໍເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ລະຫວ່າງສະພາແຫ່ງຊາດ, ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ນັກລົງທຶນ ເພື່ອປະເມີນປະສິດທິພາບ ແລະ ປະສິດທິຜົນຂອງການລົງທຶນໃນໄລຍະການຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ IX ແລະ ວາລະແຫ່ງຊາດ; ເພື່ອຕິດຕາມກວດກາ ແລະ ຕີລາຄາສະຫຼຸບຜົນສຳເລັດ, ບັນຫາຄົງຄ້າງ ແລະ ສິ່ງທ້າທາຍທີ່ຕິດພັນກັບການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໂດຍອີງໃສ່ກົດໝາຍ ແລະ ບັນດາມະຕິຂອງສະພາແຫ່ງຊາດ; ເພື່ອຍົກສູງຄວາມຮູ້ຄວາມສາມາດ, ເພີ່ມທະວີຄວາມຮູ້ທາງດ້ານວິຊາສະເພາະ ແລະ ບົດຮຽນຕົວຈິງໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ພະນັກງານທີ່ກ່ຽວຂ້ອງ ເພື່ອຮັບປະກັນປະສິດທິພາບໃນການປະຕິບັດໜ້າທີ່; ເພື່ອກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະພາແຫ່ງຊາດ, ເປັນການກະກຽມຄວາມພ້ອມດ້ານຂໍ້ມູນ ແລະ ເນື້ອໃນສຳລັບການສະຫຼຸບທ້າຍສະໄໝຂອງແຜນ 5 ປີ ຄັ້ງທີ IX, ການສ້າງແຜນ 5 ປີ ຄັ້ງທີ X ໂດຍສະເພາະແມ່ນການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຫຼາຍຫົວຂໍ້ທີ່ສຳຄັນເຊັ່ນ: ຜົນສຳເລັດໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025); ບົດລາຍງານຈາກພາກສ່ວນລັດຖະບານ, ຄູ່ຮ່ວມພັດທະນາ ແລະ ນັກລົງທຶນ ກ່ຽວກັບປະສິດທິຜົນຂອງການລົງທຶນ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ບົດຄົ້ນຄວ້າວິທະຍາສາດກ່ຽວກັບການລົງທຶນເພື່ອການພັດທະນາ; ເນື້ອໃນທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 10 ເຊິ່ງປະກອບມີ: ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2025; ບົດລາຍງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວກັບຜົນການກວດກາໃນໄລຍະ 5 ປີຜ່ານມາ ແລະ ທິດທາງໃນ 5 ປີຕໍ່ໜ້າ.
ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການລະດົມຄວາມຄິດຄວາມເຫັນ, ຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການຈາກທຸກພາກສ່ວນ ເພື່ອນຳໄປປັບປຸງນະໂຍບາຍ, ກົດໝາຍ ແລະ ກົນໄກການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງຂຶ້ນ ທັງເປັນການຮັບປະກັນໃຫ້ແກ່ການກະກຽມເນື້ອໃນເພື່ອຮັບໃຊ້ກອງປະຊຸມສະພາແຫ່ງຊາດ ໃຫ້ມີຄຸນນະພາບ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່.
ສຳມະນາວິທະຍາສາດຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ
