ສຳມະນາຜົນການນຳເອົາປື້ມຄູ່ມື 2 ສະບັບ ຂອງ ສພຊ ໄປຈັດຕັ້ງປະຕິບັດຢູ່ບັນດາເມືອງຂອງ 2 ແຂວງພາກເໜືອ

ກ.ຍ. 7, 2022 | SlideMobile

(ສພຊ) ເພື່ອຮັບປະກັນໃຫ້ແກ່ການຈັດກອງປະຊຸມສຳມະນາກ່ຽວກັບຜົນການນຳເອົາຮ່າງປຶ້ມຄູ່ມື 2 ສະບັບ ຂອງສະພາແຫ່ງຊາດ ໄປຈັດຕັ້ງປະຕິບັດທົດລອງ ຂອງສະມາ ຊິກສະພາປະຊາຊົນແຂວງ ຢູ່ບັນດາເມືອງ ຂອງແຂວງຊຽງຂວາງ ແລະ ແຂວງຜົ້ງສາລີ ດຳເນີນໄປດ້ວຍດີ, ມີປະສິດ ທິພາບ ແລະ ໃຫ້ໄດ້ຮັບຜົນສຳເລັດຕາມແຜນ ການ; ໃນຕອນເຊົ້າຂອງວັນທີ 5 ກັນຍາ 2022 ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງຜົ້ງສາລີ ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບຜົນການນຳເອົາປື້ມຄູ່ມື 2 ສະບັບດັ່ງກ່າວ ໂດຍການເປັນປະທານຂອງທ່ານ ສຸບັນ ສະວະບຸດ ປະ ທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ; ມີທ່ານ ຄຳສິງ ໄຊສົມແພງ ຮອງປະທານກຳມາທິການວຽກ ງານສະມາຊິກສະພາແຫ່ງຊາດ, ທ່ານ ສິງຄຳ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ບັນດາທ່ານຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ສະພາປະຊາຊົນຂັ້ນແຂວງ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງເມືອງ ຂອງແຂວງຊຽງຂວາງ ແລະ ຜົ້ງສາລີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທັງນີ້ ເພື່ອນຳເອົາຜົນຂອງການນຳເອົາຮ່າງປຶ້ມຄູ່ມື 2 ສະບັບດັ່ງກ່າວ ໄປຈັດຕັ້ງປະຕິບັດທົດລອງ ຢູ່ 7 ເມືອງ ຂອງແຂວງຊຽງຂວາງ ແລະ 7 ເມືອງ ຂອງແຂວງຜົ້ງສາລີ ມາແລກປ່ຽນບົດຮຽນຮ່ວມກັນ ແລະ ເພື່ອເປັນການສັງ ລວມເນື້ອໃນຜົນຂອງການນຳເອົາຮ່າງປຶ້ມຄູ່ມື 2 ສະບັບ ຂອງສະພາແຫ່ງຊາດ ທີ່ນຳໄປຈັດຕັ້ງປະຕິບັດທົດລອງຂອງສະມາຊິກສະພາປະຊາຊົນແຂວງດັ່ງກ່າວ ມາປັບປຸງຮ່າງປຶ້ມຄູ່ມື 2 ສະບັບ ໃຫ້ມີເນື້ອໃນຮັດກຸມ, ລະອຽດ, ຈະແຈ້ງ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ.
 ກອງປະຊຸມ, ໄດ້ຮັບຟັງການສະເໜີກ່ຽວກັບຜົນສໍາເລັດການນໍາເອົາຮ່າງປື້ມຄູ່ມື 2 ສະບັບ ໄປຈັດຕັ້ງປະຕິບັດທົດລອງ ຢູ່ບັນດາເມືອງຕ່າງໆ ຂອງແຂວງຊຽງຂວາງ ແລະ ຜົ້ງສາລີ; ຮັບຟັງການລາຍງານທົບທວນຄືນໂດຍຫຍໍ້ຕໍ່ຮ່າງປື້ມຄູ່ມືວຽກງານສາຍດ່ວນ; ບົດສະເໜີຕີລາຄາການຈັດຕັ້ງປະຕິບັດທົດລອງຮ່າງຄູ່ມືວ່າດ້ວຍການພົບປະປະຊາຊົນ ຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຢູ່ 2 ແຂວງ; ຈາກນັ້ນ, ຕາງໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງໃນແຕ່ລະເມືອງ ໄດ້ປະກອບຄຳຄິດຄຳເຫັນຢ່າງມີຈຸດສຸມ ແລະ ກົງໄປກົງມາ.
ໃນໂອກາດນີ້, ທ່ານ ສຸບັນ ສະວະບຸດ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນກອງປະຊຸມຄັ້ງສຸດທ້າຍ ຂອງການປັບປຸງເນື້ອໃນຮ່າງປື້ມຄູ່ມື 2 ສະບັບ ພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້ແລ້ວ ຄະນະຮັບ ຜິດຊອບຈະໄດ້ປັບປຸງເນື້ອໃນຄືນໃຫ້ສົມບູນ ແລ້ວລາຍ ງານໃຫ້ຄະນະປະຈໍາສະພາແຫ່ງຊາດ ເພື່ອຂໍອະນຸຍາດຈັດພິມເປັນປື້ມຄູ່ມືທັງສອງສະບັບດັ່ງກ່າວ ຖ້າຫາກວ່າຂັ້ນເທິງໄດ້ເຫັນດີແລ້ວຄະນະຮັບຜິດຊອບສ້າງປື້ມຄູ່ມື ຈະພະຍາ ຍາມສຸດຂີດ ເພື່ອໃຫ້ໄດ້ຜະລິດເປັນປື້ມທີ່ສົມບູນອອກມາກ່ອນມື້ເປີດກອງປະຊຸມສະຫຼຸບໂຄງການດັ່ງກ່າວ; ພ້ອມນັ້ນ, ທ່ານຍັງໄດ້ກ່າວຕື່ມວ່າ: ກອງປະຊຸມ ຈະໄດ້ສົນທະນາແລກປ່ຽນຄຳຄິດເຫັນຮ່ວມກັນ ເພື່ອປັບປຸງຮ່າງປື້ມຄູ່ມື 2 ສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ສອດຄ່ອງກັບກົດໝາຍ, ນິຕິກໍາ ແລະ ສະພາບຕົວຈິງ ເພື່ອໃຫ້ເປັນເຄື່ອງມື ກໍຄືບ່ອນອີງທີ່ສາມາດນໍາໄປຈັດຕັ້ງປະຕິບັດໄດ້ ແລະ ໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບ ເປັນເຈົ້າການໃນການຄົ້ນຄວ້າ, ສົນທະນາແລກປ່ຽນຄຳຄິດຄຳເຫັນຢ່າງສ້າງສັນ ແລະ ມີຈຸດສຸມ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກອົງການເຮວວີຕັດສ (Hevetaslaos) ແລະ ງົບປະມານສົມ ທົບຈາກຄະນະເລຂາທິການສະພາແຫ່ງຊາດ.
(ພາບ ແລະ ຂ່າວ: ນາງ ສຸພາວັນ ຫອມສະນິດ)