ສຳມະນານະໂຍບາຍ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ

ມ.ຖ. 26, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 24-26 ມີນານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ມີກອງປະຊຸມສໍາມະນາກ່ຽວກັບນະ ໂຍບາຍ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ມີທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະ ຊາຊາດ ປະຈຳ ສປປລາວ, ບັນດາທ່ານປະທານກຳມາທິການ
ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການທີ່ກ່ຽວຂ້ອງ, ຮອງປະທານກຳມາທິການ, ປະທານສະພາປະຊາຊົນຂັ້ນແຂວງ, ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສພຊ ພ້ອມດ້ວຍບັນດາທ່ານຊ່ຽວຊານ, ຕາງໜ້າອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ແລະ ຖືກເຊີນ ເຂົ້າຮ່ວມຫຼາຍກວ່າ 90 ທ່ານ.
ຈຸດປະສົງແມ່ນເພື່ອຍົກສູງຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບແນວຄວາມຄິດ ແລະ ຄວາມສຳຄັນຂອງລະບົບປົກປ້ອງສັງຄົມ; ການກໍານົດນະໂຍບາຍ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ; ບົດຮຽນຂອງສາ ກົນກ່ຽວກັບລະບົບການປະກັນສັງຄົມ, ການປະກັນສຸຂະພາບ, ສິ່ງທ້າຍທາຍ ແລະ ອຸປະສັກໃນການເຂົ້າເຖິງລະບົບປະກັນສຸຂະພາບ ແລະ ປະກັນສັງຄົມຂອງແຮງງານນອກລະບົບໃນຂັ້ນຮາກຖານ; ບົດບາດຂອງລັດຖະສະພາສາກົນ ຕໍ່ວຽກງານປົກປ້ອງສັງຄົມ, ບົດບາດຂອງສະມາຊິກລັດຖະສະພາ ແລະ ລັດຖະສະພາ ໃນການຕິດຕາມກວດກາ ວຽກງານປົກປ້ອງສັງຄົມ ແລະ ບົດບາດຂອງສະພາແຫ່ງຊາດ ຕໍ່ວຽກງານການປົກປ້ອງສັງຄົມ.
ທ່ານ ຄຳໃບ ດຳລັດ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ ເພື່ອເຜີຍແຜ່, ສ້າງຄວາມເຂົ້າໃຈຕໍ່ກັບນະໂຍບາຍ ແລະ ການລົງທຶນເຂົ້າໃນລະບົບປົກປ້ອງສັງຄົມ ພາຍໃຕ້ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດຮອດປີ 2025 ແລະ ຈະໄດ້ພ້ອມກັນປຶກສາຫາລື, ກໍານົດບຸລິມະສິດເບື້ອງຕົ້ນຕໍ່ການສ້າງຍຸດທະສາດປົກປ້ອງສັງຄົມແຫ່ງຊາດໃນໄລ ຍະຕໍ່ໜ້າ (ປີ 2026-2030); ພ້ອມກັນນີ້, ຈະໄດ້ຮັບຟັງການໃຫ້ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ຈາກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ຕໍ່ກັບວຽກງານການປົກປ້ອງສັງຄົມ ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້, ເຂົ້າໃຈ ແລະ ສາມາດກຳໄດ້ຢ່າງເລິກເຊິ່ງ ເພື່ອນໍາໄປກໍານົດທິດທາງແຜນການ, ວິທີການ ແລະ ມາດຕະການຈັດຕັ້ງປະຕິບັດ, ພ້ອມທັງມີການຕິດຕາມກວດກາ ແລະ ຊຸກຍູ້ວຽກງານດັ່ງກ່າວທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຜົນສຳ ເລັດດີຂຶ້ນ ເພື່ອປະກອບສ່ວນຕໍ່ການບັນລຸແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ຮັບປະກັນໃຫ້ກອງທຶນປົກປ້ອງສັງຄົມ ມີຄວາມຍືນຍົງດ້ານງົບປະມານ, ປະຊາຊົນບັນດາເຜົ່າໄດ້ຮັບການປົກປ້ອງແບບທົ່ວເຖິງ ແລະ ເຂົ້າເຖິງຊຸດອຸດໜູນປົກປ້ອງສັງຄົມອັນຈຳເປັນພື້ນຖານ ຢ່າງມີປະສິດຕິພາບ.
ໃນກອງປະຊຸມ ໄດ້ຮັບຟັງສະພາບລວມຂອງລະບົບປົກປ້ອງສັງຄົມ ແລະ ຍຸດທະສາດປົກປ້ອງສັງຄົມແຫ່ງຊາດ, ຜົນໄດ້ຮັບ ແລະ ສິ່ງທ້າທ້າຍ; ສະພາບການດ້ານເສດຖະກິດ, ສັງຄົມ ແລະ ການເມືອງ ຕໍ່ວຽກງານປົກປ້ອງສັງ ຄົມ; ລະບົບປະກັນສັງຄົມ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ; ລະບົບປະກັນສັງຄົມໃນສະພາບການດ້ານເສດຖະກິດ-ສັງຄົມປັດຈຸບັນ; ຜົນໄດ້ຮັບ ແລະ ຂໍ້ແນະນຳຈາກການຄຳນວນຄະນິດສາດປະກັນສັງຄົມ ແລະ ການປັບປຸງນິຕິກຳ, ມາດຕະຖານ ແລະ ການປະຕິບັດທີ່ດີຈາກສາກົນ; ບົດບາດຂອງລັດຖະສະພາກໍາປູເຈຍ ຕໍ່ການຕັດສິນໃຈດ້ານນະໂຍບາຍປົກປ້ອງສັງຄົມ, ການທົບທວນງົບປະມານ ແລະ ຄວາມຮັບຜິດຊອບ; ລະບົບປະກັນສຸ ຂະພາບ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ; ສິ່ງທ້າທາຍ ແລະ ອຸປະສັກ ໃນການເຂົ້າເຖິງລະບົບປະ ກັນສຸຂະພາບ ແລະ ປະກັນສັງຄົມ ຂອງແຮງງານນອກລະບົບໃນຂັ້ນຮາກຖານ; ການສ້າງຄວາມເຂັ້ມແຂງໃຫ້ລະບົບປະກັນສຸຂະພາບ: ຜົນໄດ້ຮັບ ແລະ ຂໍ້ສະເໜີແນະນຳຈາກການຄຳນວນຄະນິດສາດກອງທຶນປະກັນສຸຂະພາບ, ການທົບທວນການຄຸ້ມຄອງບໍລິຫານ ແລະ ບົດຮຽນຈາກພາກພື້ນ; ໂຄງການອາຫານທ່ຽງ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ; ໂຄງການອຸດໜູນຜູ້ພິການ: ສຽງຈາກຜູ້ໄດ້ຮັບຜົນປະໂຫຍດ, ຜົນໄດ້ຮັບ ແລະ ທິດທາງໃນຕໍ່ໜ້າ;ລະບົບປົກປ້ອງສັງຄົມຂອງປະເທດຫວຽດນາມ: ສະພາບປັດຈຸບັນ, ສິ່ງທ້າທາຍ ແລະ ການປະຕິຮູບນະໂຍບາຍ; ສະ ພາບລວມຂອງນະໂຍບາຍປົກປ້ອງສັງຄົມ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ: ບົດຮຽນຈາກລັດຖະສະພາສາກົນ; ບົດບາດຂອງສະພາແຫ່ງຊາດລາວ ຕໍ່ວຽກງານການປົກປ້ອງສັງຄົມ.
ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ຊັກຖາມຕໍ່ບັນຫາຕ່າງໆທີ່ວິທະຍາກອນ ແລະ ຊ່ຽວຊານ ໄດ້ນຳສະເໜີ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງກວ້າງ ຂວາງ, ເລິກເຊິ່ງ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ແລະ ວິຊາການ ຈາກອົງການແຮງງານສາ ກົນ (International Labour Organization – ILO) ສົມທົບກັບງົບປະມານຂອງຄະນະເລຂາທິການສະພາແຫ່ງຊາດ.
(ນາງ ອາລິນ ສຸພິມມະປະດິດ)