(ສພຊ) – ກອງປະຊຸມສຳມະນາຕິດຕາມກວດກາປະເມີນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025), ການກະກຽມສ້າງແຜນການ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນວັນທີ 15-17 ກັນຍານີ້ ທີ່ສະພາປະຊາຊົນແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ນາງ ວິໄຊ ສຣິດທິຣາດ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ເຊິ່ງມີວິທະຍາກອນຈາກສະພາແຫ່ງຊາດ (ສພຊ), ກະຊວງການເງິນ, ທະນາຄານແຫ່ງ ສປປລາວ, ສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ແລະ ມະຫາວິທະຍາໄລແຫ່ງຊາດ, ສຳມະນາກອນທີ່ເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ປະທານ-ຮອງປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ຈາກສະພາປະຊາຊົນຂັ້ນແຂວງ (ສພຂ) 8 ແຂວງຄື: ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນການມີຄຳເຫັນກ່າວເປີດກອງປະຊຸມ, ທ່ານ ນາງ ວິໄຊ ສຣິດທິຣາດ ໄດ້ຮຽກຮ້ອງຜູ້ເຂົ້າຮ່ວມ ຈົ່ງເກັບກໍາຄວາມຮູ້, ບົດຮຽນ, ແລກປ່ຽນສົນທະນາ ແລະ ເອົາໃຈໃສ່ເຝິກຫັດບົດຮຽນຕ່າງໆ ໂດຍໝູນໃຊ້ຄວາມຮູ້ທີ່ວິທະຍາກອນຖ່າຍທອດ ໃຫ້ແທດເໝາະກັບສະພາບເງື່ອນໄຂປັດຈຸບັນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອນໍາໄປເປັນບົດຮຽນປະກອບສ່ວນເຂົ້າໃນການຍົກສູງວິທີການປະເມີນຜົນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ເພື່ອກະກຽມການສ້າງແຜນການ 5 ປີ ຄັ້ງທີ X (2026-2030) ພ້ອມທັງຊຸກຍູ້ຊີ້ນໍາການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ດ້ວຍຄວາມຮັບຜິດຊອບ ແລະ ສ້າງສັນ.
ໃນກອງປະຊຸມ, ໄດ້ຮັບຟັງການບັນລະຍາຍກ່ຽວກັບແຜນການ, ຫຼັກການ, ກົນໄກ, ຂັ້ນຕອນ, ວິທີການສ້າງຖານຂໍ້ມູນ ແລະ ການເຊື່ອມໂຍງຖານຂໍ້ມູນ ທີ່ກ່ຽວຂ້ອງກັບການປະເມີນຜົນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ; ສໍາມະນາກອນຈະໄດ້ພ້ອມກັນປະກອບຄໍາຄິດເຫັນ, ເຂົ້າຮ່ວມທັດສະນະສຶກສາເບິ່ງພຶດຕິກໍາຕົວຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງສະຫວັນນະເຂດ ແລະ ສະຫຼຸບສັງລວມ, ຖອດຖອນເປັນບົດຮຽນ ເພື່ອນໍາໄປປະກອບເຂົ້າໃນການສ້າງແຜນການ 5 ປີຕໍ່ໜ້າ ບົນພື້ນຖານກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງ ເພື່ອຍົກສູງພາລະບົດບາດຂອງກໍາມາທິການ ແລະ ຄະນະກໍາມະການ ໃນການປະກອບສ່ວນປະຕິບັດພາລະບົດບາດການຕິດຕາມກວດກາຂອງ ສພຊ ແລະ ສພຂ, ແກ້ໄຂສິ່ງທ້າທາຍ ແລະ ຂໍ້ຄົງຄ້າງ ແລະ ຍົກສູງການປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ ໂດຍສະເພາະແມ່ນການກະກຽມໃຫ້ແກ່ ສສຊ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ນໍາໄປປະກອບຄໍາເຫັນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ຈະຈັດຂຶ້ນໃນຕໍ່ໜ້າ.
ຜູ້ແທນກອງປະຊຸມ ຈະໄດ້ທັດສະນະສຶກສາຕົວຈິງຄື: 1) ໂຄງການລົງທຶນລັດກໍ່ສ້າງພື້ນຖານໂຄງລ່າງຕ້ານຕາຝັ່ງເຈື່ອນ ແລະ ເສັ້ນທາງ; 2) ການລົງທຶນພາກເອກະຊົນຜະລິດສິນຄ້າ ແລະ ບໍລິການໂລຈິດສະຕິກ ຢູ່ເຂດເສດຖະກິດພິເສດສະຫວັນ-ເຊໂນ; 3) ການຈັດເກັບລາຍຮັບຢູ່ດ່ານສາກົນ, ທະນາຄານແຫ່ງ ສປປລາວ ສາຂາພາກກາງ ແລະ ການປະຕິບັດພັນທະພາສີ-ອາກອນຂອງສະມາຄົມທຸລະກິດ; 4) ການພັດທະນາຄຸນນະພາບການສຶກສາຂອງໂຮງຮຽນສາມັນ ແລະ ການແກ້ໄຂຄວາມທຸກຍາກ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກອົງການສະຫະປະຊາຊາດເພື່ອການພັດທະນາ (UNDP).
(ກົງທະນູຄຳ ພິພັດເສລີ)
ສຳມະນາຕິດຕາມກວດກາປະເມີນຜົນການປະຕິບັດມະຕິກອງປະຊຸມ ສພຊ
