loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສາລະວັນ ປະກາດຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງສາລະວັນ ຜູ້ໃໝ່

ກ.ຍ. 19, 2024 | ເຂດ 14 ສາ​ລະ​ວັນ

ສະຫາຍ ປະເດີມພອນ ສົນທະນີ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບການປະກາດແຕ່ງຕັ້ງເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງສາລະວັນ ຜູ້ໃໝ່ ຂຶ້ນຢ່າງເປັນທາງການ, ໃນຕອນເຊົ້າຂອງວັນທີ 18 ກັນຍາ 2024 ນີ້, ທີ່ສະໂມສອນໃຫຍ່ຂອງແຂວງ; ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ; ເຂົ້າຮ່ວມມີ ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີບັນດາສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາ-ຮອງເລຂາຄະນະພັກຮາກຖານພະແນກການອ້ອມຂ້າງແຂວງ, ຄະນະປະຈໍາພັກເມືອງ, ບັນດາສະຫາຍທີ່ມາຈາກສູນກາງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ໄດ້ລາຍງານການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກທົ່ວແຂວງສາລະວັນ, ຈາກນັ້ນ, ສະຫາຍ ພູຂົງ ພິລາວັນ ກໍາມະການຄະນະພັກ, ຫົວໜ້າກົມກໍ່ສ້າງພັກຄະນະຈັດຕັ້ງສູນກາງພັກ ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກທີ 219/ຄລສພ, ລົງວັນທີ 29 ສິງຫາ 2024 ວ່າດ້ວຍການແຕ່ງຕັ້ງກໍາມະການຄະນະບໍລິຫານງານພັກແຂວງ, ກໍາມະການປະຈໍາພັກ ແລະ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ຂໍ້ຕົກລົງ ຂອງເຈົ້າແຂວງສາລະວັນ ສະບັບເລກທີ 867/ຈຂ ລົງວັນທີ 10 ກັນຍາ 2024 ວ່າດ້ວຍການແຕ່ງຕັ້ງ ຮອງເຈົ້າແຂວງສາລະວັນ; ຕໍ່ຈາກນັ້ນ, ສະຫາຍ ພົອ ຈັນສະໝອນ ຈັນຍະລາດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມອບມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກໃຫ້ ສະຫາຍ ປະເດີມພອນ ສົນທະນີ ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງສາລະວັນ;
ຕອນທ້າຍ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນໂອ້ລົມ: ກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍ ຕໍ່ກັບພະນັກງານການນໍາທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ແລະ ຊີ້ນຳໃຫ້ສະຫາຍ ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ການນໍາພາຍໃນແຂວງສາລະວັນ ເອົາໃຈໃສ່ຫຼາຍບັນຫາທີ່ສໍາຄັນ ຄື: ຕ້ອງອອກແຮງເສີມຂະຫຍາຍມູນເຊື້ອສາມັກຄີເປັນປຶກແຜ່ນພາຍໃນຄະນະພັກ, ເຮັດໃຫ້ຄະນະພັກກາຍເປັນໃຈກາງ ການຈັດຕັ້ງທີ່ມີຄວາມໜັກແໜ້ນເຂັ້ມແຂງ, ຕ້ອງເປັນແບບຢ່າງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຍົກສູງນໍ້າໃຈເສຍສະຫຼະ; ບຸກບືນຄົ້ນຄວ້າຮໍ່າຮຽນ ເພື່ອກຳແໜ້ນແນວທາງນະໂຍບາຍຂອງພັກ, ໜ້າທີ່ການເມືອງຂອງອົງການປົກຄອງແຂວງ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງຄະນະພັກ, ທັງປຸກລະດົມ ແລະ ຮູ້ນຳໃຊ້ມາດຕະການອັນເຂັ້ມງວດ, ພ້ອມນັ້ນກໍ່ຕ້ອງຮູ້ນຳໃຊ້ບັນດາທ່າແຮງທີ່ບົ່ມຊ້ອນບໍ່ວ່າຈະເປັນທາງດ້ານບຸກຄະລາກອນ, ກົງຈັກການຈັດຕັ້ງ, ຊັບພະຍາກອນຂອງທ້ອງຖິ່ນ, ເພື່ອໃຫ້ແຂວງບັນລຸບັນດາເປົ້າໝາຍຂອງການພັດທະນາ; ຈາກນັ້ນ, ສະຫາຍ ຍັງເນັ້ນໜັກໃຫ້ເອົາໃຈໃສ່ຢ່າງແຂງແຮງໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຖືເອົາການເພີ່ມທະວີການຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ເປັນໃຈກາງປະສານສົມທົບ ແລະ ພ້ອມກັນສືບຕໍ່ຄົ້ນຄວ້າ, ປຶກສາຫາລືກ່ຽວກັບບັນຫາທີ່ພົວພັນເຖິງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືຄວາມໝັ້ນຄົງ, ຄວາມສະຫງົບສຸກຂອງສັງຄົມ; ສືບຕໍ່ສຸມທຸກກໍາລັງແຮງສັງລວມ ຮັບປະກັນໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ; ເພີ່ມທະວີການຊີ້ນໍາວຽກງານສະກັດກັ້ນ, ທັບມ້າງທຸກກົນອຸບາຍ, ການເຄື່ອນໄຫວຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ບັນດາໜໍ່ແໜງທີ່ຈະພາໃຫ້ເກີດມີຄວາມບໍ່ສະຫງົບ; ສືບຕໍ່ນໍາເອົາເນື້ອໃນຈິດໃຈບັນດາມະຕິຂອງສູນກາງພັກ, ຜັນຂະຫຍາຍຫັນມາເປັນມະຕິ ແຜນງານໃຫ້ປະກົດເປັນຈິງ.
ພາບ-ຂ່າວ: ດີລໍາພົນ ພົມມະຈັນ