ບັນດາທ່ານທີ່ນັບຖື, ຫຼານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ,
ເນື່ອງໃນໂອກາດວັນເດັກສາກົນວັນທີ 1 ມິຖຸນາ 2025 ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ ເຊິ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ ທີ່ບັນດາປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວໃຫ້ກັບເດັກໃນປະເທດຂອງຕົນຢ່າງເປັນຂະບວນຟົດຟື້ນ ດ້ວຍຫຼາຍຮູບການ, ການສະເຫຼີມສະຫຼອງວັນເດັກ ກໍເພື່ອສົ່ງເສີມສິດ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ເດັກ; ສຳລັບ ສປປລາວ ພວກເຮົາ ຍັງໄດ້ກຳນົດວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ປີ 1980 ເປັນຕົ້ນມາ ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ຄວາມເອົາໃຈໃສ່ຂອງພັກ-ລັດ ໃນການສົ່ງເສີມການພັດທະນາແບບຍືນຍົງ ຜ່ານການປົກປ້ອງສິ່ງແວດລ້ອມ ແລະ ການລົງທຶນໃນອະນາຄົດຂອງຊາດ ຄືເດັກທຸກຄົນ, ພ້ອມທັງເປັນການສອນໃຫ້ເດັກເຂົ້າໃຈຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ.
ໃນນາມຕາງໜ້າການນໍາພັກ-ລັດ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດ, ຄວາມຮັກແພງ, ຄວາມເປັນຫ່ວງເປັນໄຍ ແລະ ຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງລູກຫຼານ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າທຸກຖ້ວນໜ້າ ທີ່ດຳລົງຊີວິດຢູ່ທັງພາຍໃນ ແລະ ຕ່າງປະເທດ ຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນກ້າວໜ້າ, ມີສຸຂະພາບສົມບູນແຂງແຮງ, ມີຄວາມສີວິໄລທາງຮ່າງກາຍ, ຈິດໃຈ, ສະຕິປັນຍາ, ເປັນເດັກຄໍາຮູ້, ເປັນເດັກດີ, ເປັນເດັກເກັ່ງ-ເດັກສະຫຼາດ, ມີຄວາມຮັບຜິດຊອບ, ມີລະບຽບວິໄນ, ມີຄວາມຊື່ສັດ, ກ້າຄິດ-ກ້າສະແດງອອກໃນທາງທີ່ສ້າງສັນ, ມີທັດສະນະຄະຕິທາງບວກ ແລະ ສ້າງຄຸນຄ່າສໍາຄັນໃຫ້ຕົວເອງ ດ້ວຍການສະແຫວງຫາຄວາມຮູ້, ເພີ່ມທັກສະ ແລະ ການຮຽນຮູ້ສິ່ງໃໝ່ໆຢູ່ຕະຫຼອດເວລາ, ມີອະນາຄົດທີ່ສົດໃສຍືນຍົງ, ກ້າວທັນການປ່ຽນແປງຂອງຍຸກສະໄໝໃນໂລກ ແລະ ຮ່ວມກັນສະເຫຼີມສະຫຼອງວັນເດັກສາກົນ ວັນທີ 1 ມິຖຸນາ 2025 ຢ່າງເບີກບານມ່ວນຊື່ນ ແລະ ເປັນຂະບວນຟົດຟື້ນ ພາຍໃຕ້ຄໍາຂວັນທີ່ວ່າ “ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ: ສິດທິເທົ່າທຽມກັນ, ອະນາຄົດທີ່ປອດໄພ”.
ວັນເດັກສາກົນ ວັນທີ 1 ມິຖຸນາ ໄດ້ເລີ່ມຕົ້ນຂຶ້ນປີ 1925 ໃນກອງປະຊຸມໂລກພາຍໃຕ້ຫົວຂໍ້: ເພື່ອຄວາມຢູ່ດີກິນດີຂອງເດັກ (world conference wellbeing for children) ເຊິ່ງຈັດຂຶ້ນທີ່ນະຄອນເຈນີວາ, ປະເທດສະວິດ ຈຸດປະສົງເພື່ອສົ່ງເສີມສິດທິເດັກ ແລະ ຄຸ້ມຄອງຄວາມປອດໄພຂອງເດັກ; ຕໍ່ມາໃນປີ 1950 ວັນທີ 1 ມິິຖຸນາ ໄດ້ຖືກກໍານົດໃຫ້ເປັນວັນເດັກສາກົນ ເຊິ່ງຫຼາຍປະເທດໄດ້ມີການຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອສະແດງເຖິງຄວາມເອົາໃຈໃສ່ຕໍ່ສິດທິຂອງເດັກ, ການມີສ່ວນຮ່ວມ, ການສ້າງຄວາມເຂັ້ມແຂງ ແລະ ຄວາມເປັນຢູ່ທີ່ດີໃຫ້ເດັກ, ເປີດໂອກາດ ແລະ ສະໜັບສະໜູນໃຫ້ເດັກ ໄດ້ມີໂອກາດສະແດງພອນສະຫວັນ, ທ່າແຮງບົ່ມຊ້ອນ, ຂີດຄວາມສາມາດ ແລະ ການຮັບຟັງສຽງຂອງເດັກອີກດ້ວຍ. ການສະເຫຼີມສະຫຼອງວັນດັ່ງກ່າວ ຍັງເປັນການໂຄສະນາປູກຈິດສຳນຶກໃຫ້ຄອບຄົວ, ບຸກຄົນສໍາຄັນ ແລະ ສັງຄົມ ຮັບຮູ້ໄດ້ທັດສະນະ, ແນວຄວາມຄິດ ແລະ ບັນຫາທີ່ເປັນຜົນກະທົບກັບເດັັກ ທັງເປັນການເຕືອນຄືນອີກຄັ້ງເຖິງຄວາມສໍາຄັນຂອງການລົງທຶນໃສ່ເດັກ, ການສ້າງສະພາບແວດລ້ອມທີ່ເປັນມິດ ແລະ ການສ້າງຄວາມເຂັ້ມແຂງໃຫ້ເດັກທາງດ້ານການສຶກສາ, ການຮັກສາສຸຂະພາບ, ໂພຊະນາການ, ສຸຂະອະນາໄມ, ຂໍ້ມູນຂ່າວສານ ແລະ ການປົກປ້ອງເດັກຈາກທຸກຮູບແບບຂອງຄວາມຮຸນແຮງ, ການກະທໍາສິ່ງລາມົກອະນາຈານຕໍ່ເດັກ, ການລ່ວງລະເມີດ, ການຂູດຮີດທາງເພດຜ່ານສື່ອອນລາຍ ແລະ ການກະທຳອື່ນໆ ທີ່ສົ່ງຜົນກະທົບຕໍ່ເດັກໃນທາງກົງ ແລະ ທາງອ້ອມ ເພື່ອຮັບປະກັນໃຫ້ເດັກທຸກຄົນມີອະນາຄົດສົດໃສ, ຊີວິດມີຄຸນນະພາບ ແລະ ມີຄຸນຄ່າຕໍ່ສັງຄົມ ແລະ ປະເທດຊາດ.
ໃນຊຸມປີທີ່ຜ່ານມາ, ພັກ ແລະ ລັດຖະບານແຫ່ງ ສປປລາວ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກຢ່າງຮອບດ້ານ ດ້ວຍການວາງນະໂຍບາຍ ແລະ ອອກກົດໝາຍຈຳນວນໜຶ່ງ ເພື່ອເປັນເຄື່ອງມືປົກປ້ອງເດັກຢ່າງເຕັມສ່ວນ ໂດຍສະເພາະໄດ້ກຳນົດຫ້າມການລົງໂທດທາງດ້ານຮ່າງກາຍດ້ວຍການຂ້ຽນຕີ ເຂົ້າໃນກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເຊິ່ງຖືເປັນປະເທດທີ 66 ຂອງໂລກ ແລະ ເປັນປະເທດທໍາອິດໃນອາຊຽນ. ໃນປີ 2024 ກໍໄດ້ເປັນເຈົ້າພາບຈັດເວທີເດັກອາຊຽນ ຄັ້ງທີ 8 ເຊິ່ງມີຕົວແທນເດັກຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ ໄດ້ຮ່ວມກັນອອກຖະແຫຼງການເດັກອາຊຽນ “ເດັກມີສ່ວນຮ່ວມປະຕິບັດແຜນງານປ່ຽນແປງດິນຟ້າອາກາດ ເພື່ອສ້າງຄວາມເຂັ້ມແຂງປະຊາຄົມອາຊຽນ” ສະເໜີຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ດ້ານສະຫວັດດີການສັງຄົມ ແລະ ການພັດທະນາຕາມລະບຽບການ. ນອກຈາກນັ້ນ, ຕົວແທນເດັກລາວ ກໍໄດ້ຮ່ວມປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ຄໍາເຫັນທົ່ວໄປ ເລກທີ 27 ກ່ຽວກັບສິດທິຂອງເດັກ ໃນການເຂົ້າເຖິງຂະບວນການຍຸຕິທໍາ ແລະ ການແກ້ໄຂທີ່ມີປະສິດທິຜົນ; ຕົວແທນເດັກລາວ ຍັງໄດ້ຮ່ວມຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາເຫັນກ່ຽວກັບການທົບທວນທ້າຍສະໄໝການຈັດຕັ້ງປະຕິບັດແຜນປະຕິບັດງານລະດັບພາກພື້ນອາຊຽນ ເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ຮ່າງແຜນໄລຍະປີ 2026-2035, ພ້ອມທັງໄດ້ຄັດເລືອກເອົາຕົວແທນເດັກລາວ ຈໍານວນ 3 ນ້ອງ ເຂົ້າຮ່ວມກອງປະຊຸມປຶກສາຫາລືການສ້າງຮ່າງແຜນປະຕິບັດງານລະດັບພາກພື້ນອາຊຽນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ເດັກ ຮ່ວມກັບບັນດາຕົວແທນເດັກປະເທດສະມາຊິກອາຊຽນ.
ຄຽງຄູ່ກັບຜົນສໍາເລັດ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງພັກ ແລະ ລັດຖະບານແຫ່ງ ສປປລາວ ໃນການສົ່ງເສີມສິດທິເດັກ ແລະ ສະພາບຄວາມເປັນຢູ່ທີ່ດີຂອງເດັກ ລວມທັງການມີສ່ວນຮ່ວມຂອງເດັກດັ່ງກ່າວມານັ້ນ. ພວກເຮົາເຫັນວ່າບັນດາລູກຫຼານ, ເຍົາວະຊົນ ແລະ ອະນຸຊົນລາວທັງຫຼາຍ ຍັງຜະເຊີນໜ້າກັບສິ່ງທ້າທາຍ ແລະ ຜົນກະທົບຫຼາຍດ້ານ ເປັນຕົ້ນ ຄວາມທຸກຍາກຂອງເດັກ, ການໃຊ້ຄວາມຮຸນແຮງຕໍ່ເດັກ, ການຂູດຮີດ, ການສະແຫວງຫາຜົນປະໂຫຍດ, ການໃຊ້ແຮງງານເດັກ, ການຄ້າປະເວນີເດັກ, ຄວາມປອດໄພທາງອິນເຕີເນັດ-ການນໍາໃຊ້ສື່ສັງຄົມອອນລາຍ, ການອອກໂຮງຮຽນ, ການແຕ່ງດອງແຕ່ອາຍຸຍັງນ້ອຍ, ການແຕ່ງດອງແອບແຝງ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ບັນຫາໄພສັງຄົມ ແລະ ບັນຫາຢາເສບຕິດ; ນອກຈາກນີ້, ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ດ້ານເຕັກນິກວິຊາການ ແລະ ງົບປະມານ ກໍມີທ່າອຽງຫຼຸດລົງ.
ເພື່ອຮັບປະກັນການພັດທະນາ, ສົ່ງເສີມ ແລະ ປົກປ້ອງສິດທິເດັກໃນດ້ານຕ່າງໆ ໃນນາມຕາງໜ້າລັດຖະບານແຫ່ງ ສປປລາວ ຂໍຢັ້ງຢືນວ່າ ຈະສືບຕໍ່ເອົາໃຈໃສ່ສົ່ງເສີມ ແລະ ພັດທະນາເດັກລາວໃນທຸກດ້ານ ເພື່ອໃຫ້ເດັກລາວ ກາຍເປັນເດັກທີ່ມີຄວາມຮູ້ຄວາມສາມາດ, ມີສຸຂະພາບແຂງແຮງ ເປັນອະນາຄົດທີ່ສົດໃສຂອງຊາດ ດ້ວຍການຮ່ວມກັບອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ທຸກຂັ້ນ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພາກເອກະຊົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ຕະຫຼອດຮອດພໍ່ແມ່ປະຊາຊົນທົ່ວປະເທດ ເພື່ອຍົກສູງຄວາມສໍາຄັນຂອງເດັກ ດ້ວຍການສ້າງໂອກາດ, ສ້າງສະພາບແວດລ້ອມທີ່ອົບອຸ່ນປອດໄພ, ສ້າງອະນາຄົດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກທຸກຄົນ ເພື່ອຮັບປະກັນວ່າສິດທິທັງໝົດຂອງເດັກ ໄດ້ຮັບການປົກປ້ອງຄຸ້ມຄອງ, ຄວາມເປັນຢູ່ທີ່ດີ, ໃຫ້ຄວາມສຳຄັນ ແລະ ຮັບຟັງສຽງຂອງເຂົາເຈົ້າ.
ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ ປີ 2025 ນີ້, ຂໍໃຫ້ພວກລູກຫຼານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກ, ມີສຽງຍິ້ມຫົວ, ເປັນທີ່ຮັກແພງ ແລະ ໜໍ່ແໜງທຶນຮອນອັນປະເສີດ-ລໍ້າຄ່າຂອງຄອບຄົວ, ສັງຄົມ ແລະ ອະນາຄົດອັນສົດໃສຂອງປະເທດຊາດ.
ຂໍອວຍພອນໃຫ້ການສະເຫຼີມສະຫຼອງວັນເດັກສາກົນປີນີ້ ມີຂະບວນຟົດຟື້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.