ສັງລວມຄໍາເຫັນ ສສຊ ຕໍ່ແຜນງົບປະມານແຫ່ງລັດ

​ພ.ຈ. 16, 2025

(ສພຊ) – ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ:
1. ເກັບລາຍຮັບເຂົ້າງົບປະມານ ໃຫ້ສົມຄູ່ກັບການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ໄດ້ 20% ຂອງ GDP ຂຶ້ນໄປ;
2. ໃຊ້ເຄື່ອງມື ແລະ ລະບົບທັນສະໄໝ ໃນການເກັບລາຍຮັບຢູ່ທຸກຂະແໜງການ ແລະ ຄຸ້ມຄອງລາຍຈ່າຍໃຫ້ເປັນລະບົບຄົບຊຸດ, ລວມສູນ ແລະ ສາມາດເຊື່ອມຕໍ່ກັບທຸກຂະແໜງການ;
3. ພິຈາລະນາລະອຽດ ແລະ ຊັ່ງຊາຢ່າງທີ່ຖ້ວນຕື່ມ ຕໍ່ຜົນໄດ້, ຜົນເສຍ ຂອງການສະເໜີຂໍຍົກເວັ້ນພາສີ-ອາກອນ ແລະ ນະໂຍບາຍຕ່າງໆ ໃນການເກັບລາຍຮັບຈາກຊັບພະຍາກອນທໍາມະຊາດ;
4. ຈັດສັນເງິນເກີນແຜນຂອງທ້ອງຖິ່ນໃຫ້ເໝາະສົມ, ອາດ 30 (ສູນກາງ)/70 (ທ້ອງຖິ່ນ) ຫຼື 20/80 ເພື່ອນໍາໃຊ້ເຂົ້າໃນການບູລະນະ ແລະ ສ້ອມແປງເສັ້ນທາງທີ່ຊຸດໂຊມເປ່ເພ;
5. ກວດຄືນການປະຕິຮູບລັດວິສາຫະກິດ ໃຫ້ມີຄວາມຄືບໜ້າ ແລະ ສາມາດເປັນເຈົ້າພາທາງແທ້ໆ;
6. ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີຂອງປະເທດຊາດ ໃຫ້ສໍາເລັດໃນໄລຍະໄວໆນີ້;
7. ຄຸ້ມຄອງດ່ານສາກົນໃຫ້ເປັນລະບົບ, ປັບປຸງພື້ນຖານໂຄງລ່າງຂອງດ່ານ, ມີລະບົບທັນສະໄໝຄົບຊຸດ;
8. ສືບຕໍ່ປະຕິບັດນະໂຍບາຍການປະຢັດ ແລະ ຕ້ານການຟຸມເຟືອຍ ໂດຍສະເພາະການນໍາໃຊ້ລົດລັດຕາມນິຕິກໍາຢ່າງເຂັ້ມງວດ ແລະ ຊໍາລະສະສາງພາຫະນະທີ່ຍັງຄ້າງຄາ ໃຫ້ສໍາເລັດຕາມລະບຽບການ ແລະ ມີຄວາມເປັນເອກະພາບທົ່ວປະເທດ.