ສະແດງສິລະປະພິເສດ “ລາວ-ຫວຽດນາມ ບົດເພງແຫ່ງມິດຕະພາບ”

ມ.ກ. 12, 2026

(ສພຊ) – ງານສະແດງສິລະປະແບບພິເສດ ເພື່ອຂໍ່ານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ລະນຶກເຖິງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ພາຍໃຕ້ຫົວຂໍ້ “ລາວ-ຫວຽດນາມ ບົດເພງແຫ່ງມິດຕະພາບ” ຈັດຂຶ້ນໃນວັນທີ 9 ມັງກອນຜ່ານມາ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ (ນວ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍພັນລະຍາ; ສະຫາຍ ຫງວຽນ ວັນ ຮຸ່ງ ກໍາມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ບັນດາການນໍາ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ທູຕານຸທູດ, ພະນັກງານ-ທະຫານ-ຕຳຫຼວດ ແລະ ປະຊາຊົນຊາວ ນວ ແລະ ຊາວຫວຽດນາມ ພ້ອມດ້ວຍຄະນະນັກສະແດງສິລະປະວັນນະຄະດີ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ກ່າວວ່າ: ເພື່ອຂໍ່ານັບຊົມເຊີຍຜົນສໍາເລັດການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຫາກໍປິດລົງໃນວັນທີ 8 ມັງກອນຜ່ານມານີ້ ກໍຄືໄລຍະດຽວກັນກັບການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນທ້າຍເດືອນມັງກອນ 2026 ຢ່າງເປັນຂະບວນຟົດຟື້ນ ເຊິ່ງແມ່ນໃນໄລຍະທີ່ປະຊາຊົນສອງຊາດ ລາວ-ຫວຽດນາມ ພວມເບີກບານມ່ວນຊື່ນ ແລະ ພ້ອມກັນຢືນຢັນຕໍ່ຄວາມສໍາຄັນ, ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ກໍຄື 64 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ 49 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ. ງານສະແດງສິລະປະຄັ້ງນີ້, ບໍ່ພຽງແຕ່ເປັນງານສິລະປະບັນເທີງທົ່ວໄປ ແຕ່ຄື “ບົດເພງປະຫວັດສາດ” ເປັນການຢັ້ງຢືນວ່າ ຈາກ “ຂຸມຄອງສູ້ຮົບດຽວກັນ” ໃນສະໄໝຕໍ່ສູ້ກູ້ຊາດ ມາສູ່ຍຸກສະໄໝໃໝ່ແຫ່ງການສ້າງສາພັດທະນາ, ສອງຊາດພວກເຮົາຍັງຄົງຈັບມືກັນ ກ້າວໄປຂ້າງໜ້າຢ່າງໝັ້ນຄົງ ດ້ວຍການ “ເຊື່ອມຈອດທາງຍຸດທະສາດ” ທັງທາງດ້ານເສດຖະກິດ, ຄົມມະນາຄົມ ແລະ ວັດທະນະທຳ ເພື່ອນໍາເອົາຄວາມຜາສຸກມາສູ່ປະຊາຊົນທັງສອງປະເທດ.
ລັດຖະມົນຕີກະຊວງ ວທ ໄດ້ຕາງໜ້າການນໍາພັກ-ລັດ ແລະ ປວງຊົນລາວບັນດາເຜົ່າ ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນຢ່າງໝົດຈິດໝົດໃຈຂອງເພື່ອນຫວຽດນາມ ຖານອ້າຍນ້ອງທີ່ດີຕະຫຼອດໄລຍະຜ່ານມາ. ສາມາດຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈພາວະວິໄສ, ເປັນກົດເກນປະຫວັດສາດ ແລະ ເປັນກໍາລັງແຮງອັນໃຫຍ່ຫຼວງຂອງສອງພັກ, ສອງລັດ ທີ່ຕ້ອງໄດ້ຮັບການເສີມຂະຫຍາຍ, ສົ່ງຕໍ່ໃຫ້ບັນດາຄົນຮຸ່ນໜຸ່ມຕໍ່ໄປ; ເຊື່ອໝັ້ນວ່າເຫດການສໍາຄັນທາງວັດທະນະທໍາຂອງສອງປະເທດໃນຄັ້ງນີ້ ໄດ້ປະກອບສ່ວນສໍາຄັນເປັນບາດກ້າວກະໂດດໃຫ້ການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໝັ້ນຄົງຂະນົງແກ່ນ ແລະ ສົດໃສດັ່ງດອກບົວທອງ ແລະ ດອກຈຳປາ ຕະຫຼອດກາລະນານ.
ລາຍການສະແດງສິລະປະພິເສດ ລາວ-ຫວຽດນາມ ຄັ້ງນີ້ ປະກອບມີບັນດາລາຍການສະແດງທີ່ສວຍງາມ ແລະ ຍິ່ງໃຫຍ່ ໄດ້ລວບລວມເອົາເລື່ອງລາວໃນປະຫວັດສາດ ແລະ ປັດຈຸບັນ ທີ່ສະທ້ອນໃຫ້ເຫັນເຖິງຄວາມຜູກພັນທີ່ໃກ້ຊິດ ແລະ ບໍ່ສາມາດແຍກອອກຈາກກັນໄດ້ ລະຫວ່າງປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ເຊິ່ງສິ່ງເຫຼົ່ານີ້ບໍ່ເປັນພຽງແຕ່ເລື່ອງລາວໃນອະດີດ, ແຕ່ຍັງເປັນການຢືນຢັນ ບໍ່ວ່າປັດຈຸບັນ ຫຼື ອະນາຄົດ: ຊາຕາກຳຂອງສອງຊາດ ລາວ-ຫວຽດນາມ ເຊື່ອມໂຍງກັນຢ່າງໃກ້ຊິດ, ປະສານກົມກຽວເພື່ອສັນຕິພາບ, ເອກະລາດ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລຂອງສອງຊາດ ລາວ-ຫວຽດນາມ ໃນຕໍ່ໜ້າ ໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ.