ສະແດງຜົນງານການເຄື່ອນໄຫວຂອງສະພາແຫ່ງຊາດ ຄົບຮອບ 50 ປີ

​ພ.ຈ. 20, 2025

(ສພຊ) – ພິທີເປີດງານສະແດງຜົນງານການເຄື່ອນໄຫວຂອງສະພາແຫ່ງຊາດ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 19 ພະຈິກຜ່ານມາ ທີ່ສະພາແຫ່ງຊາດ ເຊິ່ງມີບັນດາທ່ານຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.


ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ໄດ້ມີຄຳເຫັນກ່າວເປີດໃນພິທີວ່າ: ງານສະແດງຜົນງານການເຄື່ອນໄຫວຂອງສະພາແຫ່ງຊາດ ຄົບຮອບ 50 ປີ ຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຫຼາຍ ເພາະໃນໄລຍະນີ້ສະພາແຫ່ງຊາດ ກໍາລັງຫວນຄືນມູນເຊື້ອ 50 ປີ ຂອງສະພາແຫ່ງຊາດ ໃນນີ້, ໄດ້ຄົ້ນຄວ້າ ແລະ ຮຽບຮຽງປະຫວັດສາດສະພາແຫ່ງຊາດ 50 ປີ ແລະ ປຶ້ມ 50 ປີ ສາຍພົວພັນມິດຕະພາບລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ກັບ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, 50 ຄໍາຖາມ-ຄໍາຕອບ ກ່ຽວກັບສະພາແຫ່ງຊາດ; ນອກຈາກນີ້, ຍັງໄດ້ຄົ້ນຄວ້າ-ສັງລວມປະມວນເອກະສານທີ່ສໍາຄັນຕ່າງໆຂອງສະພາແຫ່ງຊາດ ຈໍານວນ 10 ປະມວນ ແລະ ຄົ້ນຄວ້າຮູບພາບການເຄື່ອນໄຫວຂອງສະພາແຫ່ງຊາດ. ທັງໝົດນີ້ ແມ່ນກິດຈະກຳເພື່ອສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ, ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025); ພິເສດ ກໍແມ່ນການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຕົ້ນປີ 2026 ໃຫ້ເປັນຂະບວນຟົດຟື້ນ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກ່າວຕື່ມວ່າ: ເພື່ອເສີມຂະຫຍາຍມູນເຊື້ອ 50 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ, ພວກເຮົາເຫັນມີຄວາມຈໍາເປັນຕ້ອງມີເອກະສານສໍາຄັນຈໍານວນໜຶ່ງ ເປັນຕົ້ນ: ປະຫວັດສາດສະພາແຫ່ງຊາດ 50 ປີ ແລະ ປຶ້ມ 50 ປີ ສາຍພົວພັນມິດຕະພາບລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ກັບ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, 50 ຄໍາຖາມ-ຄໍາຕອບ ກ່ຽວກັບສະພາແຫ່ງຊາດ, ປະມວນເອກະສານທີ່ສໍາຄັນຕ່າງໆຂອງສະພາແຫ່ງຊາດ ແລະ ໄດ້ສັງລວມຮູບພາບການເຄື່ອນໄຫວຂອງສະພາແຫ່ງຊາດ ເພື່ອເປັນເອກະສານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມໃຫ້ພະນັກງານຮຸ່ນຫຼັງ ແລະ ປະຊາຊົນລາວບັນດາເຜົ່າ ຮັບຮູ້ຢ່າງເລິກເຊິ່ງຕໍ່ກັບສະພາແຫ່ງຊາດ; ນອກນັ້ນ, ຍັງຈະເປັນຂໍ້ມູນທີ່ສໍາຄັນໃຫ້ແກ່ການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນທຸກຂັ້ນ ແລະ ສະຖາບັນຕ່າງໆ ນໍາໃຊ້ເຂົ້າໃນການສຶກສາ, ຄົ້ນຄວ້າ ແລະ ເຜີຍແຜ່ຮ່ຳຮຽນໃນຂົົງເຂດນິຕິບັນຍັດ ໃຫ້ນັບມື້ກວ້າງຂວາງ.
ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ຮັບຟັງການບັນລະຍາຍໂດຍຫຍໍ້, ຢ້ຽມຊົມການວາງສະແດງຮູບພາບ ແລະ ຜະລິດພັນຕ່າງໆ.

(ກົງທະນູຄຳ ພິພັດເສລີ)