ດັ້ນກີບເມກ
ສະເໜ່ດຶງດູດຈິດໃຈແຂກທ່ອງທ່ຽວທີ່ເປັນຈຸດສຳຄັນຄື: ວິຖີຊີວິດວັດ ທະນະທຳຂອງຊາດໃດໜຶ່ງທີ່ຍັງສາມາດຮັກສາ ແລະ ສົ່ງເສີມວັດທະນະທຳເດີມຂອງຕົນໄວ້ໄດ້ ຖ້າວ່າຄົນໃນສັງຄົມບໍ່ຕື່ນຮູ້ ຫຼື ບໍ່ໃຫ້ຄວາມສຳຄັນຕໍ່ວັດທະນະທຳຕົນເອງ ມັນຈະຖືກກືນກິນໃຫ້ກົມກືນໄປກັບກະແສໂລກາພິວັດ ທາງດ້ານວັດທະນະທຳ ເພາະພວກເຂົາສ້າງຄ່ານິຍົມ ທາງວັດຖຸ-ບໍລິໂພກນິຍົມການໃຊ້ຊີວິດໃຫ້ຄ້າຍກັນເຊັ່ນ: ກິນອາຫານ, ການແຕ່ງໂຕ, ເບິ່ງໜັງຟັງເພັງ.
ການດູດກືນທາງວັດທະນະທຳ ກະແສໂລກຕໍ່ວັດທະນະທຳທ້ອງຖິ່ນເຂົາມຸ່ງໄປທີ່ໄວໜຸ່ມເຍົາວະຊົນທີ່ຍັງບໍ່ທັນເຂັ້ມແຂງ ຮູ້ຈັກຮາກເຫງົ້າວັດທະນະທຳຊາດຕົນ ແລ້ວໃຊ້ວິຖີຊີວິດໄປຕາມກະແສວັດທະນະທຳໄຫຼວຽນຂອງໂລກທຶນນິຍົມ ເຊິ່ງອາດມີບາງຄົນ ເຖິງຂັ້ນອອກປາກຊື່ນຊົມຂອງຄົນອື່ນດີກວ່າຂອງຕົນ, ຜູ້ຂຽນຄິດເຫັນຄຳເວົ້າຄົນບູຮານ ທີ່ເຕືອນໄວ້ວ່າ ຢ່າຫຼົງຂອງເກົ່າ ຢ່າເມົາຂອງໃໝ່. ການພັດທະນາໃຫ້ກ້າວໜ້າທາງເສດຖະກິດເປັນສິ່ງທີ່ດີ ແຕ່ຖ້າບໍ່ຕັ້ງສະຕິປັນຍາເຫັນຄວາມສຳຄັນທາງວັດທະນະທຳ ແລະ ບໍ່ເຊີດຊູສົ່ງເສີມ, ໃຫ້ລາງວັນຜູ້ມີຜົນງານເປັນຕົວຢ່າງ ເປັນແຮງກະຕຸ້ນຊຸກຍູ້ ກໍຍິ່ງຈະພາໃຫ້ຄົນຈືດຈາງຕໍ່ມູນມັງມໍລະດົກວັດທະນະທຳຂອງຕົນ, ການພັດທະນາລັກສະນະໃຫ້ແລ່ນຕາມ ຫຼື ຫຼົງຕາມຄວາມທັນສະໄໝທາງວັດຖຸ ໝາຍວ່າ ຄວາມຈະເລີນທາງວັດທະນະທຳ ແລະ ຈິດໃຈຜູ້ຂຽນເຂົ້າໃຈວ່າ: ເຮົາຍິ່ງຈະສູນເສຍສະເໜ່ ແລະ ເອກະລັກ ວັດທະນະທຳ ຂອງຕົນໄປເທື່ອລະໜ້ອຍ; ການຍ່າງຕາມເອົາແບບຢ່າງໃນການພັດທະນາທາງເສດຖະກິດເພື່ອປາກທ້ອງເຫັນວ່າ ຖ້າມີລະດັບຫຼັກການ; ຂັ້ນຕອນພໍພຽງ ກໍຈະດີຕໍ່ການສ້າງຄວາມສົມດູນເຊີດຊູວັດທະນະທຳ ໄປຄຽງຄູ່ກັນ ເພາະວັດທະນະທຳມັນເປັນສະເໜ່ ເປັນຈິດວິນຍານລວມຂອງຄົນໃນຊາດ.
ສະເໜ່ຂອງວັດທະນະທຳ ມັນພົວພັນກ່ຽວເນື່ອງໃນວິຖີຊີວິດ-ຮີດຄອງປະເພນີ, ການນຸ່ງຖື ແລະ ໃນປາງບຸນຕ່າງໆ ທີ່ປະຊາຊົນສືບທອດຮັກສາມາຍາວນານ ການພັດທະນາທີ່ດີຍືນຍົງ ເຂົ້າໃຈວ່າຖ້າໃຊ້ຫຼັກການບໍ່ຫຼົງຂອງເກົ່າບໍ່ເມົາຂອງໃໝ່ ຄົງຈະເຮັດໃຫ້ເຮົາຕື່ນຮູ້ໃນການຮັກຫອມວັດທະນະທຳຂອງຕົນ.