
ວັນທີ 2 ມິຖຸນາ 2025, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ມີກອງປະຊຸມສະເໜີໃຫ້ພະແນກການກ່ຽວຂ້ອງ ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງກົດໝາຍ. ໂດຍການເປັນປະທານຂອງທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາ-ຄະນະເລຂາທິການ ສະພາປະຊາ ຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະ ແນກການ, ອົງການ ແລະ ຂະແໜງກ່ຽວ ຂ້ອງເຂົ້າຮ່ວມ.






ປະທານກອງປະຊຸມໄດ້ມີຄໍາເຫັນສະເໜີໃຫ້ພະແນກການກ່ຽວຂ້ອງ ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງກົດໝາຍດັ່ງກ່າວ ແລະ ກໍານົດເວລາສົ່ງໃຫ້ສະພາປະຊາຊົນແຂວງ, ເພື່ອເປັນຂໍ້ມູນໃຫ້ແກ່ສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງ ປະກອບຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນເດືອນ ມິຖຸນາ ນີ້.
