(ສພຊ) – ວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນສຸກທີ 13 ມິຖຸນາຜ່ານມາ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ; ພາຍຫຼັງຮັບຟັງລາຍງານການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ ຈາກທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານດັ່ງກ່າວ ເພື່ອເຮັດໃຫ້ວຽກງານໂຄສະນາເຜີຍແຜ່ກົດໝາຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເຊິ່ງໄດ້ສະເໜີໃຫ້ຄົ້ນຄວ້ສ້າງຄູ່ມືການໂຄສະນາເຜີຍແຜ່ກົດໝາຍ ໂດຍຄັດຈ້ອນເອົາເນື້ອໃນຂອງກົດໝາຍທີ່ຕິດພັນກັບຄວາມຮັບຜິດຊອບການເມືອງຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ກໍຄືເນື້ອໃນທີ່ຕິດພັນກັບຊີວິດປະຈໍາວັນຂອງປະຊາຊົນ ເພື່ອໂຄສະນາເຜີຍແຜ່, ເຊື່ອມຊຶມ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ; ເພີ່ມທະວີຊີ້ນໍາຢ່າງໃກ້ຊິດຕໍ່ວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ຫຼາຍຂຶ້ນ, ຄົ້ນຄວ້າສ້າງຖານຂໍ້ມູນຂ່າວສານດ້ານກົດໝາຍທີ່ທັນສະໄໝ ເພື່ອເປັນແຫຼ່ງຂໍ້ມູນໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ເຂົ້າເຖິງກົດໝາຍສະດວກ ແລະ ວ່ອງໄວ.
ສະເໜີໃຫ້ກະຊວງຍຸຕິທຳ ສ້າງຄູ່ມືການໂຄສະນາເຜີຍແຜ່ກົດໝາຍ
