(ສພຊ) – ເມື່ອວັນທີ 19 ພະຈິກ 2024 ທ່ານ ປອ. ສຸກສະຫວັນ ໄຊສົມບັດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ປະກອບຄຳເຫັນຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ທ່ານນາຍົກລັດຖະມົນຕີໄດ້ຂຶ້ນລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງມີ 2 ບັນຫາຄື: ຈະມີການປັບຂຶ້ນເງິນເດືອນໃຫ້ພະນັກງານ-ລັດຖະກອນ ໃນປີ 2025 ຕ່ຳສຸດ 2,200,000 ກີບ, ແຕ່ທາງພາກວິສາຫະກິດ ໄດ້ເຫັນແຈ້ງການ ຫຼືວ່າຂໍ້ຕົງລົງຂອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ແຈ້ງເຖິງວິສາຫະກິດພາກທຸລະກິດຕ່າງໆ ໃຫ້ປະຕິບັດຕ່ຳສຸດແມ່ນ 2,500,000 ກີບ. ການປັບຂຶ້ນເງິນດັ່ງກ່າວນີ້ ກໍເໝາະສົມສອດຄ່ອງແລ້ວ, ແຕ່ຢາກໃຫ້ແຕ່ງຕັ້ງຄະນະສະເພາະກິດ ລົງໄປກວດກາຕື່ມກ່ຽວກັບລາຄາສິນຄ້າຕາມທ້ອງຕະຫຼາດ, ສັງເກດເຫັນວ່າອັດຕາແລກປ່ຽນຕາມຕາຕະລາງທະນາຄານໄດ້ກຳນົດມານັ້ນ ຖືວ່າຫຼຸດລົງຫຼາຍ, ເງິນກີບກໍແຂງຄ່າຂຶ້ນ; ແຕ່ມາເບິ່ງລາຄາສິນຄ້າຕາມທ້ອງຕະຫຼາດເຫັນວ່າບໍ່ຍອມລົງ, ຖ້າວ່າບໍ່ແກ້ ບໍ່ກວດກາ ບໍ່ປະຕິບັດວິໄນຕໍ່ຜູ້ຄ້າຂາຍ ກໍຖືວ່າການຂຶ້ນເງິນເດືອນໃຫ້ພະນັກງານ-ລັດຖະກອນ ບໍ່ວ່າພາກລັດ, ພາກທຸລະກິດ ຈະບໍ່ມີຄວາມໝາຍ, ຈຶ່ງຢາກໃຫ້ມີການຕິດຕາມກວດກາຢ່າງສົມເຫດສົມຜົນ.
ບັນຫາທີ 2 ວຽກງານວັດທະນະທຳ-ສັງຄົມ: ຄືຮູ້ນຳກັນຕັ້ງແຕ່ໄລຍະໂຄວິດ-19 ເຂົ້າມາ ເຫັນວ່າສະພາບການດ້ານການສຶກສາຫຼຸດລົງຫຼາຍ, ເບິ່ງຜິວເຜີນກໍບໍ່ວິຕົກ ແຕ່ຫາກເບິ່ງໃສ່ຄວາມຈຳເປັນຄວາມສຳຄັນໃນການພັດທະນາຊັບພະຍາກອນມະນຸດ ຖ້າບໍ່ຫາທາງອອກຫາທາງແກ້ໄຂ ຈະເຮັດໃຫ້ສະພາບການຂາດແຄນຊັບພະຍາກອນມະນຸດໃນທຸກຂົງເຂດວຽກງານໃນອະນາຄົດ ກ້າວເຂົ້າສູ່ວິກິດ, ຈຶ່ງຢາກສະເໜີແລກປ່ຽນວ່າ ລັດຖະບານຄວນອອກນິຕິກຳໃດໜຶ່ງສະເພາະເພື່ອຄຸ້ມຄອງເລື່ອງວຸດທິການສຶກສາ ໂດຍສະເພາະນັກຮຽນ-ນັກສຶກສາທີ່ເຂົ້າຮຽນໃນຊັ້ນຕ່າງໆ ນັບຕັ້ງແຕ່ຊັ້ນກາງ, ຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ຄວນກຳນົດມີດຳລັດ ມີນິຕິກຳໃຕ້ກົດໝາຍອອກມາເພື່ອໃຫ້ພາກທຸລະກິດ ກໍຄືພາກລັດ ມີນະໂຍບາຍ, ເງິນວຸດທິແກ່ເຂົາເຈົ້າ ໃຫ້ກຳນົດເປັນເປີເຊັນ ເປັນລະບຽບຫຼັກການອອກມາ; ເລື່ອງການສ້າງຊັບພະຍາກອນມະນຸດ ກໍຄວນມີການວາງແຜນແບບລະອຽດ ຖ້າສ້າງແບບຊະຊາຍອອກມາຈະລົ້ນຕະຫຼາດ ບາງຂະແໜງກໍຫຼາຍ ບາງຂະແໜງພັດບໍ່ມີ ຈຶ່ງຢາກໃຫ້ມີແຜນການລະອຽດວ່າຈະກຳນົດສັດສ່ວນແຕ່ລະຂະແໜງຈຳນວນເທົ່າໃດ ຈະສົມຄວນຮຽນໃນລະດັບຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ເທົ່າໃດ, ຖ້າບໍ່ມີແຜນການ ຈະເຮັດໃຫ້ຜູ້ລົງທຶນໃສ່ການຮຽນເປົ່າປະໂຫຍດ ບໍ່ສາມາດບັນຈຸເຂົ້າໃນຂົງເຂດວຽກງານໃດໜຶ່ງ; ພ້ອມກັນນັ້ນ, ການສອບເສັງຄັດເລືອກເອົາລັດຖະກອນບັນຈຸເຂົ້າໃນຂະແໜງຕ່າງໆນັ້ນ ກໍຄວນໃຫ້ເປັນໄປແບບຍຸຕິທຳ ບໍ່ເຫັນແກ່ຄົນເພິ່ນຄົນໂຕ, ຖ້າເຮັດໄດ້ແບບນີ້ ຈະເຮັດໃຫ້ຜູ້ຮຽນມີກຳລັງໃຈ ແລະ ຜູ້ປົກຄອງກໍມີກຳລັງໃຈສົ່ງເສຍໃຫ້ລູກຫຼານໄດ້ຮຽນ.