(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ເມື່ອວັນທີ 18 ພະຈິກຜ່ານມາ, ທ່ານ ບຸນຕາ ເທບພະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງທ່ານນາຍົກລັດຖະມົນຕີ ແລະ ຄະນະລັດຖະບານ ໂດຍລົງເລິກວຽກຈຸດສຸມການປັບປຸງຄຸນນະພາບຂອງການສຶກສາ: ວຽກງານສຶກສາ ແມ່ນວຽກທີ່ສໍາຄັນທີ່ສຸດຂອງພັກ ເພາະວ່າພັກເຮົາໄດ້ກຳນົດແຕ່ຫົວທີແຕ່ອະດີດຈົນມາຮອດປັດຈຸບັນ ວ່າໃຫ້ເອົາວຽກສຶກສາໄປກ່ອນທຸກວຽກບາດກ້າວໜຶ່ງ, ລັດຖະບານກໍໄດ້ເອົາໃຈໃສ່ຜັນຂະຫຍາຍ ແລະ ກຳນົດນະໂຍບາຍ 18% ທາງດ້ານງົບປະມານ, ສພຊ ກໍໄດ້ຮັບຮອງເອົາເປັນກົດໝາຍແລ້ວ; ແຕ່ໃນສະພາບຕົວຈິງ ການສຶກສາໄດ້ຮັບງົບປະມານພຽງ 9-12%, ງົບປະມານ 18% ນີ້ ແມ່ນການຄົ້ນຄວ້າຂອງພາກສ່ວນກ່ຽວຂ້ອງເພື່ອສະໜອງສະເພາະວຽກສຶກສາທິການເທົ່ານັ້ນ; ແຕ່ໄລຍະຜ່ານມາ ການສຶກສາໄດ້ຮັບງົບບໍ່ຄົບຖ້ວນຕາມມະຕິສະພາແຫ່ງຊາດ ພັດເພີ່ມວຽກກິລາກາຍຍະກໍາ, ວຽກພັດທະນາຊັບພະຍາກອນມະນຸດແຫ່ງຊາດ, ວຽກວິທະຍາ ສາດ ເຂົ້າຕື່ມອີກ ແຕ່ງົບກໍຍັງສໍ່າເກົ່າ. ສະພາບການດັ່ງກ່າວ ແມ່ນຕົ້ນເຫດອັນໜຶ່ງທີ່ກະທົບເປັນຕ່ອງໂສ້ຕໍ່ການສຶກສາແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ຈຶ່ງເຮັດໃຫ້ສະພາບການສຶກສາຂອງບ້ານເຮົາ ໂດຍການຕີລາຄາຖືວ່າບໍ່ປົກກະຕິ; ສະນັ້ນ, ຈຶ່ງຂໍແລກປ່ຽນບາງບັນ ຫາດັ່ງນີ້:
1. ໃຫ້ລັດຖະບານເອົາຈິງເອົາຈັງສຸມໃສ່ຈັດຕັ້ງປະຕິບັດມະຕິຕົກລົງຂອງຄະນະລັດຖະບານ ສະບັບເລກທີ 09/ລບ ໂດຍມອບໃຫ້ທ່ານຮອງນາຍົກລັດຖະມົນຕີເປັນຜູ້ນໍາພາຊີ້ນໍາໂດຍກົງແຕ່ສູນກາງຮອດທ້ອງຖິ່ນ ໃຫ້ປະຕິຮູບ ແລະ ແກ້ໄຂບັນຫາລະບົບການສຶກສາໃຫ້ເປັນຮູບປະທໍາ ແລ້ວລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ເທື່ອທີ 10 ໃນປີ 2025 ເຊິ່ງເປັນບັ້ນສຸດທ້າຍຂອງສູນກາງພັກ ສະໄໝທີ XI ແລະ ຂອງສະພາແຫ່ງຊາດຊຸດທີ IX ເປັນຂອງຂວັນໃຫ້ແກ່ພັກ ແລະ ສພຊ ກໍຄືປະຊາຊົນ. ອັນທີ 2 ປະຕິບັດງົບປະມານໃຫ້ຂະແໜງສຶກສາໃຫ້ຄົບຖ້ວນຕາມມະຕິຂອງ ສພຊ ກໍຄືກົດໝາຍ ຕາມຄວາມຮຽກຮ້ອງຂອງວຽກງານຕົວຈິງໃນປັດຈຸບັນ. ອັນທີ 3 ປັບປຸງກົງຈັກກະຊວງສຶກສາທິການ ແລະ ກິລາ ເຊິ່ງກະຊວງມີ 4 ໜ້າວຽກໃຫຍ່: ສຶກສາທິການ, ກິລາກາຍຍະກຳ, ພັດທະນາຊັບພະຍາ ກອນມະນຸດແຫ່ງຊາດ, ວິທະຍາສາດ; ສະເໜີເອົາວຽກກິລາກາຍຍະກໍາ ໄປຮວມເຂົ້າກັບຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຄະນະຊາວໜຸ່ມ ແລະ ກິລາ ຫຼື ກະຊວງທ່ອງທ່ຽວ ແລະ ກິລາ ເພາະເໝາະສົມກັບປະເທດເຮົາໃນປັດຈຸບັນ, ປະເທດອາຊຽນຈໍານວນໜຶ່ງທີ່ເຂັ້ມແຂງ ເຂົາເຈົ້າກໍເຮັດແບບນັ້ນ; ເອົາວຽກພັດທະນາຊັບພະຍາກອນມະນຸດ ໄປຂຶ້ນກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍມີຄະນະຈັດຕັ້ງສູນກາງພັກຊີ້ນໍາໂດຍກົງ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ກ້າວຂຶ້ນ; ສະນັ້ນ, ກະຊວງດັ່ງກ່າວຈະມີຊື່ວ່າ ກະຊວງສຶກສາທິການ ແລະ ວິທະຍາສາດ.
2. ຍົກບົດບາດໃຫ້ທ້ອງຖິ່ນ, ແຂວງ ດ້ານການສຶກສາທິການ ແລະ ວິທະຍາສາດ ເປັນເຈົ້າການໂດຍກົງຮອບດ້ານ ໂດຍສະເພາະກຳນົດແຜນໂຄງການການສຶກສາ, ງົບປະມານ, ຫຼັກສູດການຮຽນ-ການສອນບາງຫຼັກສູດ ແລະ ບັນດາບຸກຄະລາກອນຂອງທ້ອງຖິ່ນເອງ ໂດຍຜ່ານສະພາປະຊາຊົນຂັ້ນແຂວງ ເພື່ອເປັນການແຂ່ງຂັນດ້ານການສຶກສາວິທະຍາສາດ ໃນ 17 ແຂວງ ແລະ 1 ນະຄອນຫຼວງ ແຂ່ງຂັນກັນດ້ານການສຶກສາວ່າແຂວງໃດຈະເປັນຈຸດສຸມຈຸດເດັ່ນ; ເງິນເກີນແຜນຂອງແຕ່ລະແຂວງນັ້ນ ໃຫ້ອະນຸມັດສຸມໃສ່ການສຶກສາ, ວິທະຍາສາດ ແລະ ພື້ນຖານໂຄງລ່າງຂອງການສຶກສາ; ສ່ວນກະຊວງສຶກສາທິການ ແລະ ວິທະຍາສາດ ສຸມໃສ່ວາງແຜນດ້ານນະໂຍບາຍການຄຸ້ມຄອງ, ຕິດຕາມກວດກາມະຫາພາກ ແລະ ສືບຕໍ່ກໍ່ສ້າງຜູ້ທີ່ຮຽນຈົບຂັ້ນແຂວງ ເພື່ອໄປຄົ້ນຄວ້າຕໍ່ຕ່າງປະເທດ ຫຼື ເຂົ້າເຮັດວຽກຢູ່ບ່ອນຕ່າງໆ, ຍາດແຍ່ງການຊ່ວຍເຫຼືອຈາກສາກົນ ເພື່ອມາຊ່ວຍພື້ນຖານໂຄງລ່າງ ແລະ ຊ່ວຍການສຶກສາຢູ່ແຕ່ລະແຂວງເພື່ອໃຫ້ເປັນຮູບປະທໍາ.
3. ດ້ານບຸກຄະລາກອນການນໍາພາ: ໃຫ້ມີກົມການເມືອງສູນກາງພັກ 1 ທ່ານ ເປັນຮອງນາຍົກ ຄວບຕໍາແໜ່ງລັດຖະມົນຕີ ຊີ້ນໍານໍາພາໂດຍກົງລົງເລິກວຽກງານການສຶກສາ ຫຼື ວິທະຍາສາດ ຢູ່ຂັ້ນທ້ອງຖິ່ນໃຫ້ເຂັ້ມແຂງໜັກແໜ້ນ, ກຳມະການສູນກາງພັກ 1 ທ່ານ ເປັນຮອງລັດຖະມົນຕີ ຜູ້ປະຈໍາການ ເຮັດວຽກບໍລິຫານ ແລະ ການຕ່າງປະເທດ ດຶງດູດການຊ່ວຍເຫຼືອ, ກຳມະການສໍາຮອງສູນກາງພັກ 1 ທ່ານ ເປັນຜູ້ລົງເລິກຊີ້ນໍາວຽກງານມະຫາວິທະຍາໄລແຫ່ງຊາດ ແລະ ຮອງລັດຖະມົນຕີ 1 ທ່ານ ລົງເລິກວຽກງານການສຶກສາພາກສາມັນສຶກສາທົ່ວໄປ; ປະກອບເອົາສະມາຊິກສະພາແຫ່ງຊາດ 2-3 ທ່ານ ຄວບຕໍາແໜ່ງຫົວໜ້າກົມຈັດຕັ້ງ ຫຼື ກົມກວດກາ ຫຼື ເປັນອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ເປັນ ສສຊ ຊ່ວຍລັດຖະບານແລ້ວ ຍັງຕິດຕາມກວດກາເພື່ອເປັນຂົວຕໍ່ໃຫ້ແກ່ສະພາແຫ່ງຊາດ.