ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ

ມ.ຖ. 6, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ເພື່ອທົບທວນຄືນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 115 ປີ (8/3/1910-8/3/2025), ສູນກາງສະຫະພັນແມ່ຍິງລາວ ໄດ້ຮ່ວມກັບຫຼາຍພາກສ່ວນ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ພາຍໃຕ້ຄຳຂວັນ “ສິດທິ, ຄວາມສະເໝີພາບ ແລະ ການສ້າງຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ໃນວັນທີ 5 ມີນາຜ່ານມາ ທີ່ໂຮງແຮມ ຮໍລິເດ ອິນ; ໂດຍມີທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການລະດັບຊາດສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ ພ້ອມດ້ວຍຄອບຄົວການນຳຂັ້ນສູງຂອງພັກ-ລັດ, ບັນດາພະນັກງານປະຕິວັດອາວຸໂສ, ອະດີດການນຳຂອງສະຫະພັນແມ່ຍິງລາວ, ບັນດາທ່ານຮອງປະທານສູນກາງສະຫະພັນແມ່ຍິງລາວ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງກະຊວງ ແລະ ອົງການ ພ້ອມດ້ວຍຕາງໜ້າສະຫະພັນແມ່ຍິງຮາກຖານ, ໜ່ວຍອ້ອມຂ້າງນະຄອນຫຼວງວຽງຈັນ, ສະມາຄົມນັກທຸລະກິດແມ່ຍິງ, ຕາງໜ້າອົງການຈັດຕັ້ງສາກົນປະຈໍາ ສປປລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ທຸກໆປີ ແມ່ຍິງໃນທົ່ວໂລກ ກໍຄືສະຫະພັນແມ່ຍິງລາວ ໄດ້ພ້ອມກັນຫວນຄືນປະຫວັດວັນແມ່ຍິງສາກົນດ້ວຍຫຼາຍກິດຈະກໍາທີ່ມີເນື້ອໃນຄວາມໝາຍ ແລະ ບັນຍາກາດຟົດຟື້ນ; ສໍາລັບປີນີ້ ການສະຫຼອງຈັດຂຶ້ນໃນປີທີ່ມີຄວາມໝາຍສໍາຄັນຂອງພັກ, ຂອງຊາດ ເປັນປີສະເຫຼີມສະຫຼອງ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ; ສະເພາະແມ່ຍິງລາວທົ່ວປະເທດ ກໍກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ເຊັ່ນກັນ.
ໃນພິທີ ໄດ້ຫວນຄືນມູນເຊື້ອຄວາມເປັນມາຂອງວັນສໍາຄັນດັ່ງກ່າວ. ພ້ອມນີ້ ກໍໄດ້ມີການສໍາມະນາໃນຫຼາຍຫົວຂໍ້ທີ່ຕິດພັນກັບວຽກງານພັດທະນາ, ສົ່ງເສີມບົດບາດຍິງ-ຊາຍ, ສົ່ງເສີມຄວາມກ້າວໜ້າແກ່ແມ່ຍິງ ໂດຍສະເພາະຕິດພັນກັບ 12 ຂົງເຂດທີ່ເຄັ່ງຮ້ອນ ແລະ ໜ້າເປັນຫ່ວງ ທີ່ຖືກຮັບຮອງເອົາໃນກອງປະຊຸມແມ່ຍິງໂລກຄັ້ງທີ 4 ເຊັ່ນ: ການທົບທວນຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ + 30 ຂອງ ສປປລາວ; ແມ່ຍິງໃນເວທີການເມືອງ; ແນະນຳຄວາມຮູ້ພື້ນຖານກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ; ການສຶກສາ, ການເຝິກອົບຮົມ ແລະ ການຮຽນຮູ້ຕະຫຼອດຊີວິດສໍາລັບແມ່ຍິງ ແລະ ເດັກຍິງ; ການເຂົ້າເຖິງການເບິ່ງແຍງສຸຂະພາບທີ່ມີຄຸນນະພາບ ແລະ ລາຄາບໍ່ແພງ ລວມທັງສຸຂະພາບທາງເພດ; ສຸຂະພາບຈະເລີນພັນ ແລະ ສິດທິຈະເລີນພັນ; ການເຂົ້າເຖິງການເບິ່ງແຍງສຸຂະພາບທີ່ມີຄຸນນະພາບຂອງຜູ້ລອດຊີວິດຈາກຄວາມຮຸນແຮງ; ຜູ້ປະກອບການເພດຍິງ ແລະ ວິສາຫະກິດຂອງແມ່ຍິງ; ການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ກັບອົງການຈັດຕັ້ງສັນຕິພາບຂອງປະເທດເພື່ອນມິດ ແລະ ສະພາສັນຕິພາບໂລກ; ການປ້ອງກັນ, ການຫຼຸດຜ່ອນ ແລະ ການສ້າງຄວາມຢືດຢຸ່ນ ກ່ຽວກັບຄວາມສ່ຽງໄພພິບັດ.