
ຕອນບ່າຍຂອງວັນພຸດ, ວັນທີ 27 ກັນຍາ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ຄະນະເລຂາທິ ການສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວ ປະຈຳປີ 9 ເດືອນປີ 2023 ຂອງຄະນະເລຂາທິການສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນໍາວຽກງານຄະນະເລຂາທິການ, ມີທ່ານ ນ. ວັນສີ ພວງມະໄລ ກໍາມະການປະຈຳ-ເລຂາທິການສະພາປະຊາຊົນແຂວງ, ມີຄະນະເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມ, ທ່ານ ນ. ວັນສີ ພວງມະໄລ ກໍາມະການປະຈຳ-ເລຂາທິການສະພາປະຊາຊົນແຂວງ ໄດ້ຜ່ານຮ່າງບົດສະຫລຸບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ, ເຊິ່ງຕະຫຼອດໄລຍະ 9 ເດືອນຜ່ານ, ຄະນະປະຈໍາ ແລະ ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ ເປັນປົກກະຕິ ແລະ ເຊື່ອມຊິມເອກະສານສໍາຄັນຕ່າງໆຂອງພັກ-ລັດ ໄດ້ 14 ຄັ້ງ, 24 ເອກະສານ, ມີຜູ້ເຂົ້າຮ່ວມ 350 ເທື່ອຄົນ, ຍິງ 173 ເທື່ອຄົນ ເຮັດໃຫ້ພະນັກງານ-ລັດຖະກອນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ເຄົາລົບລັດຖະທຳມະນູນ, ກົດໝາຍ ແລະ ໄດ້ນໍາພາການຈັດຕັ້ງປະຕິບັດວຽກງານສໍາເລັດໃນຫຼາຍດ້ານເປັນຕົ້ນ: ໄດ້ຈັດພິທີສະເຫຼືອມສະຫຼອງວັນລັດຖະທໍານູນແຫ່ງຊາດ ຄົບຮອບ 32 ປີ, ກະກຽມບັນດາຂໍ້ມູນໃຫ້ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4-5 ຂອງສະພາແຫ່ງຊາດ ຊຸດທີ IX, ກະກຽມບັນດາເນື້ອໃນ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ໃນການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4-5 ຂອງສະພາປະຊາຊົນແຂວງ ຊຸດທີ II, ຕິດຕາມສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ພໍ່-ແມ່ປະຊາຊົນໄດ້ 243 ຈຸດ, ມີຜູ້ເຂົ້າຮ່ວມທັງໝົດ 21,069 ຄົນ, ຍິງ 8,889 ຄົນ ແລະ ໄດ້ຈັດຕັ້ງປະຕິບັດວຽກງານຕາມການມອບໝາຍ, ຕາມພາລະບົດບາດ, ສິດໜ້າທີ່ ໃນຖານະເປັນເສນາທິການໃຫ້ແກ່ ຄະນະປະຈຳສະພາປະຊາຊົນແຂວງ, ຄະນະສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ.






ຕອນທ້າຍ, ປະທານກອງປະຊຸມໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍທິດທາງແຜນການ, ຫັນເຂົ້າສູ່ລົງເລິກ ແລະ ເປັນລະບຽບກວ່າເກົ່າ, ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຕັ້ງໜ້າສືກສາຄົ້ນຄວ້າບັນດານິຕິກໍາ, ຮໍ່າຮຽນເອົາຄວາມຮູ້ໃໝ່ໆ, ປະຕິບັດສິດໜ້າທີ່ໃຫ້ສໍາເລັດຕາມການມອບໝາຍ ເພື່ອຮັບປະກັນການເປັນເສນາທິການທີ່ດີ.

ພາບ/ຂ່າວ: ສະພາປະຊາຊົນແຂວງ.