
ຕອນເຊົ້າຂອງວັນພຸດ, ວັນທີ 7 ມິຖຸນາ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ຄະນະເລຂາທິການສະພາປະຊາຊົນແຂວງອຸດົມໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວຂອງຄະນະເລຂາທິການສະພາປະຊາຊົນແຂວງ ປະຈຳປີ 6 ເດືອນຕົ້ນປີ 2023, ໂດຍການເປັນປະທານຂອງທ່ານ ນາງ ວັນສີ ພວງມະໄລ ກໍາມະການປະຈຳສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ, ມີຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການ ພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມ, ທ່ານ ວົງສີ ບຸນທິໃຈ ຮອງເລຂາທິການສະພາປະຊາຊົນແຂວງ ໄດ້ຜ່ານຮ່າງບົດສະຫລຸບການ ເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ, ເຊິ່ງຕະຫຼອດໄລຍະ 6 ເດືອນຕົ້ນປີ 2023, ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ, ເຮັດໃຫ້ພະນັກງານ-ລັດຖະກອນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດໃນໄລຍະໃໝ່, ເຄົາລົບລັດຖະທຳມະນູນ, ກົດໝາຍ ແລະ ໄດ້ນໍາພາການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃນຖານະເປັນເສນາທິການໃຫ້ແກ່ ຄະນະປະຈຳສະພາປະຊາຊົນແຂວງ, ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ດ້ວຍຄວາມຮັບຜິດຊອບສູງ ແລະ ສໍາເລັດວຽກງານດ້ານວິຊາສະເພາະໃນຫຼາຍດ້ານ.





ພ້ອມນັ້ນ, ໄດ້ຜ່ານທິດທາງແຜນການ ປະຈຳປີ 6 ເດືອນທ້າຍປີ 2023 ຄື: ສືບຕໍ່ກະກຽມຂໍ້ມູນ, ເນື້ອໃນຮອບດ້ານໃຫ້ແກ່ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 04 ກ່ອນການເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ກອງປະຊຸມຄະນະປະຈຳສະພາປະຊາຊົນແຂວງ, ກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II, ກອງປະຊຸມປະຈຳປີ 2023 ຂອງຄະນະເລຂາທິການ, ກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ແລະ ກອງປະຊຸມອື່ນໆ, ເຂົ້າຮ່ວມກອງປະຊຸມຕາມການເຊີນຂອງສະພາແຫ່ງຊາດ ແລະ ຂອງແຂວງ, ພ້ອມທັງປະຕິບັດສິດ ແລະ ໜ້າທີ່ອື່ນຕາມການມອບໝາຍໃຫ້ສໍາເລັດ.



ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫລຸບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ຢ່າງກົງໄປກົງມາ, ແຫຼກແຫຼວ ແລະ ເປັນຂະບວນ ເພື່ອເຮັດໃຫ້ຮ່າງບົດສະຫລຸບດັ່ງກ່າວມີເນື້ອໃນຫັດກຸມ, ຄົບຖ້ວນສົມບູນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ດີຂຶ້ນກວ່າເກົ່າ.


ໃນຕອນທ້າຍ, ປະທານກອງປະຊຸມໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ 6 ເດືອນທີ່ຜ່ານມາ ແຕ່ກໍ່ເປັນພຽງຜົນສໍາເລັດໃນເບື້ອງຕົ້ນ ແລະ ພ້ອມທັງເນັ້ນໜັກໃຫ້ພ້ອມກັນສືບຕໍ່ຜັນຂະຫຍາຍທິດທາງແຜນການ 6 ເດືອນທ້າຍປີ 2023 ຫັນເຂົ້າສູ່ລົງເລິກ ແລະ ເປັນລະບຽບກວ່າເກົ່າ, ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຕັ້ງໜ້າຄົ້ນຄວ້າສືກສາຮ່ຳຮຽນ ແລະ ປະຕິບັດໜ້າທີ່ໃນການເປັນເສນາທິການໃຫ້ໄດ້ຮັບຜົນດີ, ຮັບປະກັນການເປັນເສນາທິການທີ່ດີ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.

ພາບ/ຂ່າວ: ແສງພອນ ອິນນະລົງ.