
ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາ 6 ເດືອນຕົ້ນປີ 2023 ຂອງ 3 ຄະນະກໍາມະການສະພາປະຊາຊົນແຂວງອຸດົມໄຊ, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນສຸກ, ວັນທີ 23 ມິຖຸນາ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານປະທານ-ຮອງປະທານຄະນະກໍາມະການ, ສະມາຊິກສະພາປະຊາຊົນແຂວງທີ່ເປັນກໍາມະການຂອງຄະນະກໍາມະການ, ຄະນະເລຂາທິການ, ແຂກເຊີນ, ຫົວໜ້າຂະແໜງ/ຮອງຂະແໜງ ແລະ ພະນັກງານວິຊາການຂະແໜງ ຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂະແໜງວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ຂະແໜງເສດຖະກິດ, ແຜນການ ແລະ ການເງິນ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງ, ແມ່ນເພື່ອປະຕິບັດຕາມມະຕິຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ 3 ຄະນະກໍາມະການທີ່ໄດ້ກໍານົດໄວ້. ກອງປະຊຸມ, ທ່ານ ທອງຄານ ວັດສະດາກອນ ຄະນະປະຈໍາ-ປະທານຄະນະກໍາມະການ ຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄດ້ຕາງໜ້າ 3 ຄະນະກໍາມະການ ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາ 6 ເດືອນຕົ້ນປີ ຂອງຄະນະກໍາມະການ ຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ. ຕະຫຼອດໄລຍະ 6 ເດືອນຕົ້ນປີຜ່ານມາ 3 ຄະນະກໍາມະການໄດ້ປະກອບສ່ວນຢ່າງຕັ້ງໜ້າປະຕິບັດຕາມ 3 ພາລະບົດບາດຄື: ພາລະບົດບາດດ້ານນິຕິກໍາ, ພາລະບົດບາດດ້ານການຕົກລົງບັນຫາສໍາຄັນຂອງທ້ອງຖິ່ນ ແລະ ພາລະບົດບາດດ້ານການຕິດຕາມກວດກາ ເຊິ່ງໄດ້ເຮັດສໍາເລັດຕາມຈຸດປະສົງ, ຄາດໝາຍ ແລະ ພ້ອມທັງໄດ້ວາງທິດທາງແຜນການປະຈຳປີ 6 ເດືອນທ້າຍປີ 2023.

ຫຼັງຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫລຸບການເຄື່ອນໄຫວວຽກງານຂອງ 3 ຄະນະກໍາມະການດັ່ງກ່າວ ຢ່າງກົງໄປກົງມາ, ແຫຼກແຫຼວ ແລະ ເປັນຂະບວນ ເພື່ອເຮັດໃຫ້ຮ່າງບົດສະຫລຸບມີເນື້ອໃນຄົບຖ້ວນສົມບູນ, ຫັດກຸມ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.

ຕອນທ້າຍ, ປະທານກອງປະຊຸມໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ 6 ເດືອນທີ່ຜ່ານມາ ແລະ ພ້ອມທັງເນັ້ນໜັກໃຫ້ພ້ອມກັນສືບຕໍ່ຜັນຂະຫຍາຍທິດທາງແຜນການ 6 ເດືອນທ້າຍປີ 2023, ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຕັ້ງໜ້າຄົ້ນຄວ້າບັນດານິຕິກໍາທີ່ກ່ຽວຂ້ອງ, ປະຕິບັດສິດ ແລະ ໜ້າທີ່ອື່ນໃຫ້ສໍາເລັດຕາມການມອບໝາຍ.
