ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ແລະ ສະຫຼຸບວຽກງານກວດກາ ປະຈໍາປີ 2024 ຂອງສະພາປະຊາຊົນແຂວງ

ມ.ຖ. 23, 2025 | ເຂດ 4 ອຸດົມໄຊ

ຕອນເຊົ້າເວລາ 8:00 ໂມງ, ຂອງວັນທີ 23 ມີຖຸນາ 2025 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ເປີດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ແລະ ສະຫຼຸບວຽກງານກວດກາ ປະຈໍາປີ 2024 ຂອງສະພາປະຊາຊົນແຂວງ ໂດຍການເປັນປະທານຂອງສະຫາຍ ນາງ ວັນສີ ພວງມະໄລ ເລຂາໜ່ວຍພັກຮາກຖານສະພາປະຊາຊົນແຂວງ, ມີບັນດາສະຫາຍຄະນະພັກ, ຄະນະປະຈໍາ, ຄະນະເລຂາທິການ, ຫົວໜ້າຂະແໜງ/ຮອງຂະ ແໜງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ກອງປະຊຸມໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2024 ແລະ ວ່າງທິດທາງແຜນການ ປະຈໍາປີ 2025; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວແຂວງ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025; ເຜີຍແຜ່ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເຜິຍແຜ່ທິດໂອ້ລົມ ຂອງສະຫາຍຫົວໜ້າຄະນະຈັດຕັ້ງສູນກາງພັກ ຕໍ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັກຕັ້ງ ທົ່ວປະເທດ ປະຈໍາປີ 2024.
ຫຼັງຈາກນັ້ນ, ສະມາຊິກພັກໄດ້ມີຄໍາເຫັນແລກປ່ຽນ ຕໍ່ກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ແລະ ສະຫຼຸບວຽກງານກວດກາ ປະຈໍາປີ 2024 ຢ່າງກົງໄປກົງມາ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.