
ວັນພະຫັດ, ວັນທີ 18 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ດໍາເນີນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ເຂົ້າຮ່ວມໂດຍມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງ ເຂົ້າຮ່ວມຢ່າງພ້ອມພຽງ.

ຄະນະຈັດຕັ້ງກອງປະຊຸມໄດ້ສະເໜີຈຸດປະສົງ ແລະ ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງສະພາປະຊາຊົນແຂວງ, ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວແຂວງ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023; ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ກລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 25/ກລສພ, ລົງວັນທີ 24 ມັງກອນ 2023 ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ກລສພ, ລົງວັນທີ 24 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ; ແຈ້ງການຂອງຄະນະປະຈໍາພັກແຂວງ ກ່ຽວກັບການດໍາເນີນກອງປະຊຸມໃຫຍ່ຂອງບັນດາຮາກຖານພັກ ໃນຂອບເຂດທົ່ວແຂວງ ທີ່ຮອດອາຍຸດໍາເນີນກອງປະຊຸມໃຫຍ່ຕົນ ສະບັບເລກທີ 39/ຄປພຂ, ລົງວັນທີ 24 ມັງກອນ 2023; ແຈ້ງການແນະນໍາຂອງຄະນະຈັດຕັ້ງແຂວງ ວ່າດ້ວຍການຜັນຂະຫຍາຍບົດບັນທຶກລະຫວ່າງຄະນະຈັດຕັ້ງແຂວງ ແລະ ພະແນກພາຍໃນແຂວງ ກ່ຽວກັບການຈັດຕັ້ງປະຕິບັດໜ້າວຽກ ຄຸ້ມຄອງພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 099/ຄຈຂ, ລົງວັນທີ 23 ມັງກອນ 2023.




ພ້ອມນັ້ນ, ບັນດາສະຫາຍສະມາຊິກພັກໄດ້ປະກອບຄໍາຄິດຄໍາເຫັນ, ຕໍ່ບັນດາເນື້ອໃນທີ່ນໍາມາຜ່ານກອງປະ ຊຸມໃນຄັ້ງນີ້ຢ່າງກົງໄປກົງມາ, ຫຼັງຈາກນັ້ນ, ສະຫາຍເລຂາໜ່ວຍພັກໄດ້ສັງລວມບັນດາຄໍາຄິດຄໍາເຫັນ ແລະ ແກ້ຂໍ້ຂ້ອງໃຈ ຕໍ່ບາງຄໍາເຫັນຂອງສະມາຊິກພັກພາຍໃນໜ່ວຍຕື່ມອີກ.
