ສະຫຼຸບວຽກງານກວດກາ ປະຈໍາປີ 2024.

ພ.ພ. 23, 2025

ວັນພະຫັດທີ 22 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2024, ໂດຍການເປັນປະທານຂອງສະຫາຍ ນາງ ວັນສີ ພວງມະໄລ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍ ນາງ ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍເລຂາໜ່ວຍພັກໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຕິດຕາມກວດ ກາ ປະຈໍາປີ 2024, ເຊິ່ງຄະນະພັກໄດ້ຖືເອົາການຕິດຕາມກວດກາ ເປັນໄມ້ຫຼາວັດແທກສະມາຊິກພັກ ສະແດງອອກ: ການນໍາພາ-ຊື້ນໍາ ຕິດຕາມກວດກາ, ຄວ້າຄວ້າເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກ, ບັນດາຄໍາສັ່ງ, ບົດແນະນໍາ, ນິຕິກໍາຕ່າງໆ ແລະ ຄະນະພັກ, ຄະນະນໍາ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ປະຕິບັດ 3 ພາລະບົດບາດ, ໂດຍໄດ້ຄົ້ນຄວ້າ, ວິເຄາະວິໃຈ, ປະກອບຄໍາຄິດຄໍາເຫັນຕໍ່ບັນຫາສໍາຄັນຕ່າງໆ ແລະ ອອກເປັນມະຕິຂອງສະພາປະຊາຊົນແຂວງ ຈໍານວນ 15 ສະບັບ, ຮັບຮອງເອົານິຕິກໍາໃຕ້ກົດໝາຍ(ຂໍ້ຕົກລົງເຈົ້າແຂວງ) ຈໍານວນ 7 ສະບັບແລະ ອື່ນໆ. ພ້ອມນັ້ນ, ໄດ້ຜ່ານທິດທາງແຜນ ການ ປະຈໍາປີ 2025.
ຫລັງຈາກນັ້ນ, ບັນດາສະຫາຍສະມາຊິກພັກໄດ້ປະກອບຄໍາຄິດຄໍາເຫັນເພີ່ມເຕີ່ມ, ຕໍ່ຮ່າງບົດສະຫຼຸບດັ່ງກ່າວຢ່າງກົງໄປກົງມາ ເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດ ໃນປີຕໍ່ໄປ.
ພາບ/ຂ່າວ: ແສງພອນ ອິນນະລົງ.