


ຕອນເຊົ້າວັນພຸດ, ວັນທີ 30 ພະຈິກ 2022, ສະຫະພັນແມ່ຍິງໜ່ວຍ ສະພາປະຊາຊົນແຂວງອຸດົມໄຊ ໄດ້ຈັດພິທີສະຫຼຸບບັ້ນຂໍ້ແຂງຂັນ 3 ດີ ປະຈໍາປີ 2022 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານ ນ. ວຽງສະໄໝ ປັນຍາຂັນ ປະທານສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງອຸດົມໄຊ, ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ປອ ນ. ວຽງມະລີ ສຸລີໄຊ ຮອງປະທານສະຫະພັນແມ່ຍິງແຂວງ, ທ່ານ ນ. ວັນສີ ພວງມະໄລ ຮອງເລຂາໜ່ວຍພັກ, ທ່ານ ນ. ຄຳພອນ ພິມະຈັນ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານແຂກເຊີນມາຈາກໜ່ວຍແມ່ຍິງພະແນກການອ້ອມຂ້າງ ແລະ ສະມາຊິກແມ່ຍິງພາຍໃນໜ່ວຍສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.


ພິທີ, ຄະນະຈັດຕັ້ງໄດ້ກ່າວຈຸດປະສົງ ແລະ ຜ່ານຂໍ້ຕົກລົງ ຂອງສະຫະພັນແມ່ຍິງແຂວງ ວ່າດ້ວຍການອານຸມັດໃຫ້ສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງອຸດົມໄຊ ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ແລະ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງອຸດົມໄຊ ຈາກນັ້ນ, ສະມາຊິກແມ່ຍິງພາຍໃນໜ່ວຍໄດ້ປະກອບຄຳຄິດຄຳເຫັນເພີ່ມເຕີ່ມ ແລະ ໄດ້ຕົບມືຮັບຮອງເອົາບົດສະຫຼຸບດັ່ງກ່າວຢ່າງເປັນທາງການ. ຫຼັງຈາກນັ້ນໄດ້ຮັບຟັງການຜ່ານຂໍ້ຕົກລົງວ່າດ້ວຍການມອບໃບຢັ້ງຢືນ 3 ດີ ປະຈຳປີ 2022 ໃຫ້ສະຫະພັນແມ່ຍິງ ໜ່ວຍສະພາປະຊາຊົນແຂວງອຸດົມໄຊ-ໃຫ້ບຸກຄົນ ແລະ ໄດ້ຈັດພິທີມອບ-ຮັບ ຢ່າງເປັນທາງການ.






ໂອກາດດັ່ງກ່າວ ໄດ້ຮັບຟັງການໂອ້ລົມຈາກທ່ານ ປອ ນ. ວຽງມາລີ ສຸລີໄຊ ຮອງປະທານສະຫະພັນແມ່ຍິງແຂວງ, ເຊິ່ງທ່ານໄດ້ເນັ້ນໜັກສະຫະພັນແມ່ຍິງ ໜ່ວຍສະພາປະຊາຊົນແຂວງ ເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດໜັກແໜ້ນເຂັ້ມແຂງ, ຕັ້ງໜ້າເສີມຂະຫຍາຍຄວາມສາມັກຄີເປັນປຶກແຜນງພາຍໃນໜ່ວຍ, ມີຄວາມເປັນເອກະພາບກັນພາຍໃນຄະນະໜ່ວຍ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ, ຕ້ອງພັດທະນາຕົນເອງ ແລະ ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນ 3 ດີໃຫ້ມີຄຸນນະພາບ, ເປັນແບບຢ່າງທີດີ, ຕ້ານ ແລະ ສະກັດກັນປະກົດການຫຍໍ້ທໍ້ໃນສັງຄົມ ແລະ ອື່ນໆ. ພ້ອມນັ້ນຕາງໜ້າຄະນະສະຫະພັນແມ່ຍິງໄດ້ຂຶ້ນຮັບຄຳໂອວາດ ເຊິ່ງທຸກຄຳເວົ້າຂອງທ່ານລ້ວນແຕ່ມີຄວາມໝາຍຄວາມສຳຄັນເປັນເຂັມຊີ້ທິດເຍືອງທາງ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງ ໃຫ້ມີຜົນສໍາເລັດ ແລະ ປະກົດຜົນເປັນຈິງ.

ພາບ/ຂ່າວ: ແສງພອນ ອິນນະລົງ.