
ຕອນບ່າຍຂອງວັນອັງຄານ, ວັນທີ 8 ຕຸລາ 2024 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການກະກຽມດຳເນີນກອງປະຊຸມສະໄຫມສາມັນເທື່ອທີ 7 ແລະການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ; ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຮອງປະທານ, ບັນດາທ່ານໃນຄະນະປະຈຳ, ຮອງປະທານຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະພະນັກງານວິຊາການ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.






ກອງປະຊຸມ, ທ່ານ ວົງສີ ບຸນທີໃຈ ໄດ້ຕາງໜ້າຄະນະເລຂາທິການສະພາປະຊາຊົນແຂວງ ຜ່ານຮ່າງບົດສະຫຼຸບການກະກຽມດຳເນີນກອງປະຊຸມ, ການລົງເຄື່ອນໄຫວພົບປະຜູ້ມີສິດເລືອຕັ້ງ ແລະຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມສະໄຫມສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II, ເຊິ່ງບົດສະຫຼຸບດັ່ງກ່າວໄດ້ສະແດງອອກດ້ານດີຜົນງານທີ່ຍາດມາໄດ້ເປັນຕົ້ນ: ໄດ້ດໍາເນີນກອງປະຊຸມດ້ວຍຜົນສໍາເລັດຢ່າງຈົບງາມ ໃນລະຫວ່າງວັນທີ 18-19 ກໍລະກົດ 2024, ມີຜູ້ແທນເຂົ້າຮ່ວມທັງໝົດ 153 ທ່ານ, ຍິງ 33 ທ່ານ, ໃນນັ້ນ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04 ແລະສະມາຊິກສະພາປະຊາຊົນແຂວງ 32 ທ່ານ, ຍິງ 10 ທ່ານ. ແຕ່ລະອະນຸກໍາມະການໄດ້ເອົາໃຈໃສຢ່າງຕັ້ງໜ້າໃນການປະຕິບັດໜ້າທີຕົນ ແລະປະສານສົມບັນດາພະແນກການ, ອົງການ ໃນການໃຫ້ຄວາມຮ່ວມມື, ການສະໜອງຂໍ້ມູນ, ຮ່າງຂໍ້ຕົກລົງ ແລະບົດລາຍງານຕ່າງໆເພື່ອເຂົ້າຜ່ານກອງປະຊຸມ ແລະພ້ອມນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04 ແລະສະມາ ຊິກສະພາປະຊາຊົນແຂວງ ໄດ້ສໍາເລັດໃນການລົງເຄື່ອນໄຫວພົບປະຜູ້ມີສິດເລືອຕັ້ງ ແລະເຜີຍແຜ່ຜົນສໍາເລັດຂອງກອງປະຊຸມຢູ່ 7 ເມືອງ, ໃນລະຫວ່າງວັນທີ 21 ກໍລະກົດ – 22 ສິງຫາ 2024 ໄດ້ 81 ຈຸດ, ມີຜູ້ເຂົ້າຮ່ວມທັງໝົດ 7,128 ຄົນ, ຍິງ 3,328 ຄົນ ແລະສໍາເລັດດ້ານວຽກງານອື່ນໆ.


ຫຼັງຈາກນັ້ນ, ກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດຄຳເຫັນ, ແລກປ່ຽນເຊິ່ງກັນ ແລະກັນຢ່າງກົງໄປກົງມາ ເພື່ອກໍາໄດ້ສາເຫດທີ່ພາໃຫ້ມີດ້ານດີ, ຂໍ້ຄົງຄ້າງ ແລະເປັນການຊອກຫາວິທີ່ທາງແກ້ໄຂບັນຫາຕ່າງໆທີເກີດຂຶ້ນ, ເອົາເປັນບົດຮຽນໃຫ້ແກ່ການກະກຽມດຳເນີນກອງປະຊຸມ, ການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະເຜີຍແຜ່ຜົນສໍາເລັດຂອງກອງປະຊຸມ ໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.
ຕອນທ້າຍປະທານກອງປະຊຸມໄດ້ມີຄໍາເຫັນສະຫລຸບ, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາ ແລະພະນັກງານທຸກທ່ານ ທີ່ໄດ້ສຸມໃສ່ໃນການກະກຽມ, ເອົາໃຈໃສ່ໃນການປະສານງານກັບອົງການປົກຄອງແຂວງ, ບັນດາພະແນກການ, ອົງການກ່ຽວຂ້ອງ ເຫັນວ່າເຮັດໄດ້ດີຫຼາຍເຊິ່ງສາມາດນໍາເອົາເນື້ອໃນຕ່າງໆ ເຂົ້າຜ່ານໃນກອງປະຊຸມ ເພື່ອໃຫ້ບັນດາທ່ານສະມາຊິກສະພາປະຊາຊົນແຂວງຄົ້ນຄວ້າ, ພິຈາລະນາຮັບຮອງເອົາໃນກອງປະຊຸມ ແລະການລົງເຄື່ອນໄຫວພົບປະຜູ້ມີສິດເລືອຕັ້ງ ແລະເຜີຍແຜ່ຜົນສໍາເລັດຂອງກອງປະຊຸມ ສໍາເລັດຜົນຕາມລະດັບຄາດໝາຍ, ພ້ອມທັງໄດ້ເນັ້ນໜັກໃຫ້ພະນັກງານລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເອົາໃຈໃສ່ເພີ່ມເຕີມໃນການປະສານສົມທົບກັບບັນດາພະແນກການ, ອົງການ ແລະບັນດາເມືອງ ໃຫ້ລະອຽດ, ວອງໄວກວ່າເກົ່າ ເພື່ອເຮັດໃຫ້ການກະກຽມດຳເນີນກອງປະຊຸມ, ການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຄັ້ງຕໍ່ໄປໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ ແລະທັນຕາມກໍານົດເວລາ.


ໂອກາດດັ່ງກ່າວ, ກອງປະຊຸມຍັງໄດ້ຮັບຟັງການເລົ່າມູນເຊື້ອວັນປະກາດເອກະລາດ ຄົບຮອບ 79 ປີ(12 ຕຸລາ 1945-12 ຕຸລາ 2024) ຕື່ມອີກ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.