
ຕອນບ່າຍວັນຈັນທີ 28 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມ (ສພຂ), ສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການລົງເຄື່ອນໄຫວພົບປະຜູ້ມີສິດເລືອຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄຫມສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ແລະ ສພຂ ຊຸດທີ II, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງປະທານ ສພຂ, ບັນດາທ່ານຄະນະປະຈຳ ສພຂ, ຄະນະເລຂາທິການ ສພຂ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ວິຊາການພາຍໃນ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.







ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄຫມສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ແລະ ສພຂ ຊຸດທີ II, ເຊິ່ງບົດສະຫຼຸບດັ່ງກ່າວໄດ້ສະແດງອອກໃຫ້ເຫັນດ້ານດີດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ຫຼັງຈາກນັ້ນ ກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເປັນບົດຮຽນໃນການແກ້ໄຂບາງດ້ານ ເຮັດໃຫ້ການກະ ກຽມ ແລະ ລົງເຄື່ອນໄຫວໃນຄັ້ງຕໍ່ໄປໃຫ້ດີຂື້ນກວ່າເກົ່າ.





ໂອກາດດັ່ງກ່າວ ປະທານກອງປະຊຸມຍັງໄດ້ເຜີຍແຜ່ເອກະສານປາຖະກະຖາລະນຶກວັນສ້າງຕັ້ງອົງການກວດກາພັກ-ລັດ ແຫ່ງ ສປປ ລາວ ຄົບຮອບ 40 ປີ(16/2/1982-16\2\2022)ຕື່ມອີກ.
(ພາບ, ຂ່າວ: ແສງພອນ ອິນະລົງ).