(ສພຊ) – ເພື່ອປິດການເຄື່ອນໄຫວວຽກງານຂອງຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ (ຄລຊ) ຢ່າງເປັນທາງການ, ໃນຕອນເຊົ້າວັນທີ 26 ພຶດສະພານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການປັບປຸງລັດຖະທຳມະນູນ ສະປັບປີ 2025 ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການ ແລະ ຫົວໜ້າກອງເລຂາຄະນະກໍາມະການລະດັບຊາດ ປັບປຸງລັດຖະທຳມະນູນ; ມີບັນດາທ່ານໃນ ຄລຊ, ກອງເລຂາ ແລະ ອະນຸກຳມະການຕ່າງໆ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານປັບປຸງລັດຖະທໍາມະນູນ ສະບັບປີ 2025 ເຊິ່ງຜົນສໍາເລັດທີ່ສຳຄັນພົ້ນເດັ່ນໄດ້ສະແດງອອກໃນການເສີມຂະຫຍາຍສິດປະຊາທິປະໄຕຂອງສະມາຊິກສະພາແຫ່ງຊາດ (ສສຊ) ເຂົ້າໃນການພິຈາລະນາ ແລະ ລົງຄະແນນສຽງຮັບຮອງເອົາລັດຖະທຳມະນູນໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 20 ມີນາ 2025 ທີ່ໄດ້ຮັບຄະແນນສຽງສູງເຖິງ 99.35% ຂອງຈຳນວນ ສສຊ ທັງໝົດທີ່ເຂົ້າຮ່ວມກອງປະຊຸມ. ເປັນຜົນສຳເລັດທີ່ສຳຄັນໃນການຫັນມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ແລະ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເປັນຂໍ້ບັນຍັດຂອງລັດຖະທຳມະນູນ ສະບັບປີ 2025 ເຊິ່ງເປັນການປັບປຸງນິຕິກຳສູງສຸດຂອງລັດເຮົາ ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ແນໃສ່ປັບປຸງລະບົບອຳນາດແຫ່ງລັດ ໃຫ້ເຂັ້ມແຂງ, ມີຄຸນນະພາບ ແລະ ປະສິດທິພາບສູງຂຶ້ນ; ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ທັງເປັນບ່ອນອີງພື້ນຖານໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ ກໍຄືນິຕິກໍາໃຕ້ກົດໝາຍໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງການເມືອງຂອງພັກ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່. ເປັນຜົນສຳເລັດທີ່ສຳຄັນ ຫຼື ເປັນບັ້ນໜຶ່ງໃນການສຳຫຼວດ, ກວດກາ, ຕີລາຄາຄວາມຮັບຮູ້, ຄວາມຮັບຜິດຊອບ, ສະຕິເຄົາລົບ ແລະ ການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ຂອງພະນັກງານນຳພາ-ຄຸ້ມຄອງຂັ້ນກະຊວງ, ອົງການ ແລະ ທ້ອງຖິ່ນ ໃນລະບົບການເມືອງຂັ້ນຕ່າງໆທົ່ວປະເທດ ເຊິ່ງມີຜູ້ເຂົ້າຮ່ວມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ທັງໝົດ 13,039 ທ່ານ, ຍິງ 2,290 ທ່ານ; ພ້ອມກັນນັ້ນ, ກໍເປັນການສັງລວມສະຕິປັນຍາ, ຄວາມຄິດຄວາມເຫັນ ແລະ ຂໍ້ສະເໜີຕ່າງໆ ຂອງພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ ລວມທັງປະຊາຊົນບັນດາເຜົ່າ ເຂົ້າໃສ່ການປັບປຸງກົດໝາຍພື້ນຖານຂອງຊາດ ໂດຍຜ່ານການທາບທາມຄວາມເຫັນໃສ່ເນື້ອໃນຮ່າງລັດຖະທຳມະນູນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 722 ທ່ານ, ຍິງ 143 ທ່ານ ແລະ ໂດຍຜ່ານສື່ມວນຊົນ ເຊິ່ງມີຜູ້ເຂົ້າຊົມທັງໝົດ 9,117 ຄັ້ງ.

ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນເອົາໃຈໃສ່ປະກອບຄວາມເຫັນຢ່າງຈິງຈັງ ແລະ ແທດຕົວຈິງ ຕໍ່ບົດສະຫຼຸບດັ່ງກ່າວ ໃຫ້ເຫັນໄດ້ຜົນສຳເລັດ, ດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກ່າວວ່າ: ຄະນະກໍາມະການລະດັບຊາດ ໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດວຽກງານການປັບປຸງລັດຖະທຳມະນູນດ້ວຍຄວາມຮັບຜິດຊອບສູງ ໂດຍເລີ່ມຈາກການວາງແຜນວຽກ, ແຜນດຳເນີນງານ, ການຂຶ້ນແຜນງົບປະມານ, ການແບ່ງງານພາຍໃນ, ການຈັດຕັ້ງກອງເລຂາ ແລະ ອະນຸກຳມະການຕ່າງໆ, ການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ, ຄົ້ນຄວ້າ, ປັບປຸງຮ່າງລັດຖະທຳມະນູນ ແລະ ຂໍທິດຊີ້ນຳຈາກກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ຈາກຄະນະບໍລິຫານງານສູນກາງພັກ ເຮັດໃຫ້ວຽກງານປັບປຸງລັດຖະທຳມະນູນ ໄດ້ບັນລຸຜົນສຳເລັດຢ່າງຈົບງາມຕາມຈຸດປະສົງຄາດໝາຍທີ່ວາງໄວ້.
(ນາງ ອາລິນ ສຸພິມມະປະດິດ)