

ຕອນບ່າຍຂອງວັນພະຫັດ, ວັນທີ 1 ທັນວາ 2022, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດພິທີ ສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022 ຂອງກໍາມະບານຮາກຖານສະພາປະຊາຊົນແຂວງອຸດົມໄຊ, ໂດຍການເປັນປະທານຂອງສະຫາຍ ນາງ ຄໍາພອນ ພິມມະຈັນ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຮອງປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມພິທີມີສະຫາຍ ສົມສັກ ຄໍາລ້ານ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຮອງປະທານສະຫະພັນກຳມະບານແຂວງ, ສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກ, ປະທານຄະນະກໍາມະການ ຍຸຕິທໍາ, ປກຊ-ປກສ ສະພາປະຊາຊົນແຂວງ, ແຂກເຊີນ, ຄະນະກຳມະບານ ແລະ ສະມາຊິກກໍາມະບານພາຍໃນຮາກຖານສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີພາຍຫຼັງຄະນະຈັດຕັ້ງສະເໜີຈຸດປະສົງ ແລະ ຜູ້ເຂົ້າຮ່ວມ, ໄດ້ຮັບຟັງການຜ່ານຂໍ້ຕົກລົງ ຂອງສະຫະພັນກຳມະບານແຂວງ ວ່າດ້ວຍ ການອະນຸມັດຈັດພິທີສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2022, ບົດສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2022 ທິດທາງແຜນການປະຈໍາປີ 2023, ເຊິ່ງຕະຫຼອດໄລຍະ 1 ປີຜ່ານມາ, ສະມາຊິກກໍາມະບານຮາກຖານສະພາປະຊາຊົນແຂວງ ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະການເມືອງໜັກແໜ້ນ, ມີຫຼັກໝັ້ນຊົນຊັ້ນກຳມະກອນ, ມີຄວາມຈົ່ງຮັກພັກດີຕໍ່ຊາດຕໍ່ປະຊາຊົນ, ມີຄຸນສົມບັດສີນທຳປະຕິວັດ, ມີສະຕິເຄົາລົບຕໍ່ກົດໝາຍ, ລະບຽບການ ແລະ ມີທັດສະນະແຮງງານດີ. ເປັນເຈົ້າການປະຕິບັດລັດຖະທຳມະນູນ, ກົດໝາຍຂອງລັດ, ນິຕິກໍາໃຕ້ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ, ມະຕິກອງປະຊຸມສະພາປະຊາຊົນແຂວງ ແລະ ຮັບປະກັນການຈັດຕັ້ງປະຕິບັດ 03 ພາລະບົດບາດ ຂອງສະພາປະຊາຊົນແຂວງ, ເວລາໃດກໍເປັນເຈົ້າການໃນການພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດທາງດ້ານທິດສະດີການເມືອງ, ວິຊາສະເພາະ, ມີເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນການເຮັດວຽກຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ເປັນເຈົ້າການພັດທະນາວຽກງານການຈັດຕັ້ງ, ໄດ້ມີຫົວຄິດປະດິດສ້າງໃນການຜັນຂະຫຍາຍແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ 2-3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະພາປະຊາຊົນແຂວງ ຊຸດທີ II ມາເປັນແຜນການ, ແຜນງານ, ໂຄງການ, ກິດຈະກໍາ ແລະ ຮູ້ນໍາພາຈັດຕັ້ງ ຢ່າງມີປະສິດຕິຜົນສູງ.







ໂອກາດດັ່ງກ່າວ ໄດ້ຮັບຟັງການໂອ້ລົມຈາກສະຫາຍ ສົມສັກ ຄໍາລ້ານ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຮອງປະທານສະຫະພັນກຳມະບານແຂວງ, ເຊິ່ງທ່ານໄດ້ເນັ້ນໜັກໃຫ້ສະມາຊິກກໍາມະບານຮາກຖານສະພາປະຊາຊົນແຂວງ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ, ສຶກສາອົບຮົມການເມືອງແນວຄິດໜັກແໜ້ນເຂັ້ມແຂງ, ຕັ້ງໜ້າເສີມຂະຫຍາຍຄວາມສາມັກຄີເປັນປຶກແຜນພາຍໃນ, ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດວຽກງານ, ຕ້ອງພັດທະນາຕົນເອງ, ເປັນແບບຢ່າງທີດີ, ຕ້ານ ແລະ ສະກັດກັນປະກົດການຫຍໍ້ທໍ້ໃນສັງຄົມ.

ພາບ/ຂ່າວ: ແສງພອນ ອິນນະລົງ.