ສະຫຼຸບການເຄື່ອນໄຫວວຽກງານ ປະຈໍາເດືອນ ເມສາ 2025 ຂອງຄະນະປະຈໍາສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ

ມ.ສ. 23, 2025

ຕອນເຊົ້າຂອງວັນທີ 22 ເມສາ 2025 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ ໄດ້ເປີດກອງປະຊຸມ ສອງວາລະ ສະຫຼຸບການເຄື່ອນໄຫວວຽກງານ ປະຈໍາເດືອນ ເມສາ 2025 ແລະ ທິດທາງແຜນການ ປະຈໍາເດືອນ ພຶດສະພາ 2025 ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ; ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ເຂົ້າຮ່ວມມີທ່ານຮອງປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ບັນດາທ່ານຄະນະປະຈໍາ ສະພາປະຊາຊົນແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ຄະນະກໍາມະການ, ຄະນະເລຂາທິການ ແລະ ຫົວໜ້າ-ຮອງຫົວໜ້າຂະແໜງ ເຂົ້າຮ່ວມ;
ໃນທີ່ປະຊຸມ ໄດ້ຮັບຟັງການຜ່ານເນື້ອໃນຂອງຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ທີ່ສະແດງໃຫ້ເຫັນຜົນສໍາເລັດພົ້ນເດັ່ນ  ປະຈໍາເດືອນ ເມສາ 2025 ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ເປັນຕົ້ນ: ສໍາເລັດການຊຸກຍູ້ການປະກາດໃຊ້ນິຕິກໍາທີ່ສໍາຄັນຂອງແຂວງ 01 ສະບັບຄື: ຂໍ້ຕົກລົງ ວ່າດ້ວຍການກຳນົດເຂດປະເມີນລາຄາທີ່ດີນທົ່ວແຂວງສາລະວັນ (ສະບັບປັບປຸງ), ອອກມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍແຜນຈັດສັນນຳໃຊ້ເງິນບຳເນັດລາຍຮັບເກີນແຜນຂອງແຂວງ ປີ 2024; ເປີດກອງປະຊຸມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລື ກ່ຽວກັບຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນ ຈໍານວນ 01 ເລື່ອງ; ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອ ອຸປະໂພກ ແລະ ບໍລິໂພກ ລວມມູນຄ່າ 29 ລ້ານກວ່າກີບ ໃຫ້ປະຊາຊົນບ້ານໂພນໄຜ່ ເມືອງສາລະວັນ ແລະ ເມືອງລະຄອນເພັງ ທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນ, ໄດ້ຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 02 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ພະນັກງານ-ລັດຖະກອນ ພາຍໃນແຂວງ ແລະ ວຽກອື່ນໆ, ໂດຍລວມສ່ອງແສງໃຫ້ເຫັນຄວາມເປັນເຈົ້າການບຸກບືນເອົາໃຈໃສ່ ຊີ້ນໍາ-ນໍາພາ ວຽກງານຮອບດ້ານ ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ມີຄວາມສາມັກຄີເປັນເອກະພາບພາຍໃນຈີ່ງເຮັດໃຫ້ວຽກງານຫຼາຍດ້ານມີຜົນສໍາເລັດ, ມີການກໍານົດແຜນການເຄື່ອນໄຫວວຽກງານຂອງຕົນ ຢ່າງເປັນລະບົບຕໍ່ເນື່ອງໃນແຕ່ລະເດືອນລະອຽດ ມີລະບອບການສ່ອງແສງລາຍງານຢ່າງເປັນປົກກະຕິ; ຈາກນັ້ນ, ປະທານກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ທີ່ເຂົ້າຮ່ວມ ໄດ້ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ຢ່າງເປັນເຈົ້າການ ຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບຜິດຊອບ ເພື່ອປະກອບຄໍາຄິດຄໍາເຫັນເຂົ້າໃສ່ຮ່າງບົດສະຫຼຸບ ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ;
ພ້ອມດຽວກັນ ຄະນະປະຈໍາ ສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ໄດ້ກຳນົດແຜນວຽກທີ່ສຳຄັນ ສືບຕໍ່ເຄື່ອນໄຫວວຽກງານ ປະຈໍາເດືອນ ພຶດສະພາ 2025 ເປັນຕົ້ນ: ສືບຕໍ່ຮັບຮອງເອົາມະຕິ ວ່າດ້ວຍການຮັບຮອງເອົາແຜນຈັດສັນນໍາໃຊ້ເງິນເກັບລາຍຮັບເກີນແຜນຂອງປີ 2024; ກະກຽມແຜນເຄື່ອນໄຫວ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄຫມວິສາມັນ ເທື່ອທີ 02 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ບັນດາເມືອງ; ຊຸກຍູ້ ໃຫ້ 03 ເມືອງ ທີ່ບໍ່ທັນສໍາເລັດອອກມະຕິ ຂອງສະພາປະຊາຊົນແຂວງ ເພື່ອຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025 ໃຫ້ສໍາເລັດ; ກະກຽມແຕ່ຫົວທີ ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X; ສະພາປະຊາຊົນແຂວງ ຊຸດທີ III;
ພາບ: ນາງ ຈັນທີ ດວງປັນຍາ ຂ່າວ: ດີລໍາພົນ ພົມມະຈັນ