ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາເດືອນ ມີຖຸນາ ຕິດພັນກັບການປະກາດການຈັດຕັ້ງ

ມ.ຖ. 26, 2024

ຕອນເຊົ້າຂອງວັນທີ 25 ມິຖຸນາ 2024 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາເດືອນ ມິຖຸນາ 2024 ແລະ ວາງທິດທາງແຜນການ ປະຈໍາເດືອນ ກໍລະກົດ 2024 ຂອງສະພາປະຊາຊົນແຂວງ, ຕິດພັນກັບການປະກາດການຈັດຕັ້ງ ພາຍໃນສະພາປະຊາຊົນແຂວງ, ໂດຍການເປັນກອງປະຊຸມຂອງທ່ານ ນາງ ສູນໄຖ ໄຊຍະແສງ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ (ຜູ້ປະຈໍາການ), ເຂົ້າຮ່ວມມີຮອງປະທານຄະນະກໍາມະການ, ຄະນະລຂາທິການ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຂະແໜງການ ຕະຫຼອດຮອດພະນັກງານ-ລັດຖະກອນ ເຂົ້າຮ່ວມໃນຄັ້ງນີ້;


ໃນທີ່ປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາເດືອນ ມິຖຸນາ 2024 ແລະ ວາງທິດທາງແຜນການ ປະຈໍາເດືອນ ກໍລະກົດ 2024 ຂອງສະພາປະຊາຊົນແຂວງ ເຊິ່ງໂດຍລວມ ແມ່ນໄດ້ຈັດຕັ້ງປະຕິບັດຕາມ 3 ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນຂັ້ນແຂວງ ໂດຍສະເພາະ ດ້ານນິຕິກຳ ໄດ້ນໍາສະເໜີທ່ານເຈົ້າແຂວງ ເພື່ອລົງລາຍເຊັນປະກາດໃຊ້ ນິຕິກໍາສໍາຄັນຂອງແຂວງ ທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຢ່າງເປັນທາງການ ໃນນີ້, ປະກອບມີ 2 ສະບັບ ຄື: ຕົກລົງ ວ່າດ້ວຍ ການຄຸ້ມຄອງຮ້ານອາຫານ ຢູ່ແຂວງສາລະວັນ (ສ້າງໃໝ່) ແລະ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການບັນເທີງ ຢູ່ແຂວງສາລະວັນ (ສ້າງໃໝ່); ໄດ້ປະສານສົມທົບ ຊຸກຍູ້ອົງການປົກຄອງແຂວງ ໃນການປັບປຸງເນື້ອໃນ ຮ່າງນິຕິກໍາສໍາຄັນຂອງແຂວງ ທີ່ຈະນໍາເຂົ້າພິຈາລະນາ, ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ ຊຸດທີ II; ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງທ້ອງຖິ່ນ ສໍາເລັດການພິຈາລະນາ ຮັບຮອງເອົາ ການສ້າງຕັ້ງ ໂຄງປະກອບກົງຈັກ ຂອງເມືອງສະໝ້ວຍ ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ ຕາມການສະເໜີຂອງເຈົ້າແຂວງ; ສໍາເລັດການພິຈາລະນາ ຮັບຮອງເອົາໂຄງປະກອບ ບຸກຄະລາກອນຂອງ ສພຂ ຄື: ການແຕ່ງຕັ້ງພະນັກງານ-ລັດຖະກອນ ຮັບໜ້າທີ່ໃໝ່ ເປັນຮອງເລຂາທິການ ແລະ ການແຕ່ງຕັ້ງພະນັກງານ-ລັດຖະກອນ ຮັບໜ້າທີ່ໃໝ່ ເປັນຫົວໜ້າຂະແໜງ ແລະ ຮອງຂະແໜງ ແລະ ດ້ານການຕິດຕາມ-ກວດກາ ສາມາດມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ທັງນີ້, ຍ້ອນຄວາມເປັນເຈົ້າການບຸກບືນເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານຮອບດ້ານ ຂອງຄະນະປະຈໍາສະພາປະຊາຊົນແຂວງ ແລະ ມີຄວາມສາມັກຄີເປັນເອກະພາບພາຍໃນຈຶ່ງເຮັດໃຫ້ວຽກງານຫຼາຍດ້ານມີຜົນສໍາເລັດ, ມີການກໍານົດແຜນການເຄື່ອນໄຫວວຽກງານຂອງຕົນ ຢ່າງເປັນລະບົບຕໍ່ເນື່ອງໃນແຕ່ລະເດືອນຢ່າງລະອຽດ, ມີລະບອບການສ່ອງແສງລາຍງານຢ່າງເປັນປົກກະຕິ, ມີການຮ່ວມມືສະໜັບສະໜູນຈາກສະພາແຫ່ງຊາດ ແລະ ອໍານາດການປົກຄອງຂັ້ນຕ່າງໆຂອງແຂວງ, ເພື່ອສ້າງສິ່ງເອື້ອອໍານວຍຄວາມສະດວກໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ; ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນ ແລະ ລາຍງານວຽກງານເພີ່ມຕື່ມທີ່ຕິດພັນກັບບັນດາຂະແໜງການ ເພື່ອໃຫ້ເນື້ອໃນຂອງບົດສະຫຼຸບດັ່ງກ່າວ ມີຄວາມລະອຽດຄົບຖ້ວນ ແລະ ແທດເໝາະກັບການຈັດຕັ້ງປະຕິບັດຕົວຈິງ;
ຫຼັງຈາກນັ້ນ, ທ່ານ ນາງ ວິນິດໃສ ຊະນະສິດ ຕາງໜ້າຂະແໜງຈັດຕັ້ງ ແລະ ກວດກາ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 132 ແລະ 133/ຄຈສຂ.ສວ ລົງວັນທີ 7/6/2024 ວ່າດ້ວຍການແຕ່ງຕັ້ງຮອງເລຂາທິການ, ຍົກຍ້າຍ ຫົວໜ້າຂະແໜງ, ແຕ່ງຕັ້ງຮອງຫົວໜ້າຂະແໜງ ພາຍໃນສະພາປະຊາຊົນແຂວງ ຢ່າງເປັນທາງການ ປະກອບມີ 4 ທ່ານ ຄື: 1)ແຕ່ງຕັ້ງທ່ານ ຄົງສະໄໝ ວົງພັນ ຫົວໜ້າຂະແໜງບໍລິຫານ-ການເງິນ ມາເປັນຮອງເລຂາທິການ ສະພາະຊາຊົນແຂວງ; 2)ຍົກຍ້າຍທ່ານ ນາງ ນົກວິທະຍາ ພັນທະວົງ ຫົວໜ້າຂະແໜງເສດຖະກິດ ເປັນຫົວໜ້າຂະແໜງບໍລິຫານ-ການເງິນ; 3)ແຕ່ງຕັ້ງທ່ານ ນາງ ວິນິດໃສ ຊະນະສິດ ວິຊາການຂະແໜງຈັດຕັ້ງ-ກວດກາ ເປັນຮອງຫົວໜ້າຂະແໜງຈັດຕັ້ງ-ກວດກາ; 4) ແຕ່ງຕັ້ງທ່ານ ວິລະກອນ ອິນດາວົງ ວິຊາການຂະແໜງບໍລິຫານ-ການເງິນ ເປັນຮອງຫົວໜ້າຂະແໜງຄົ້ນຄວ້າ,ສັງລວມ ແລະ ຂໍ້ມູນ-ຂ່າວສານ;
ຕອນທ້າຍ ທ່ານ ນາງ ສູນໄຖ ໄຊຍະແສງ ປະທານກອງປະຊຸມໄດ້ມີຄໍາເຫັນໂອລົມວ່າ: ການປະກາດການຈັດຕັ້ງໃນຄັ້ງນີ້ ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຂອງສະພາປະຊາຊົນແຂວງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຕື່ມ ແລະ ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ກໍໄດ້ຜ່ານຂະບວນການຝຶກຝົນຫຼໍ່ຫຼອມ ແລະ ຜ່ານບັ້ນທົດສອບໃນການປະຕິບັດວຽກງານຕົວຈິງມາເປັນເວລາດົນພໍສົມຄວນ, ມີຄວາມບຸກບືນຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບຂອງຂັ້ນເທິງ ກໍ່ມີຜົນສຳເລັດເປັນກ້າວໆມາ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄະນະປະຈໍາສະພາປະຊາຊົນແຂວງ, ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈົ່ງສືບຕໍ່ເສີມຂະຫຍາຍບົດຮຽນ, ປະສົບການ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຕ້ອງມີການແບ່ງວຽກແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງລະອຽດ ແລະ ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າວຽກງານທີ່ຕົນຮັບຜິດຊອບຢ່າງປະດິດສ້າງ ໃຫ້ເກີດດອກອອກຜົນ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ.

ພາບ-ຂ່າວ: ດີລໍາພົນ ພົມມະຈັນ