(ສພຊ) – ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ (ສພຊ) ໃນວຽກງານການຄົ້ນຄວ້າ ແລະ ການປັບປຸງນິຕິກໍາ ໄດ້ຈັດຂຶ້ນເມື່ອວັນສຸກທີ 25 ກໍລະກົດຜ່ານມາ ທີ່ໂຮງແຮມ Double Tree by Hilton ໂດຍການເປັນປະທານຂອງທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ເຊິ່ງມີບັນດາທ່ານປະທານ ແລະ ຮອງປະທານສະພາປະຊາຊົນແຂວງ (ສພຂ) ໄຊຍະບູລີ, ຊຽງຂວາງ, ບໍລິຄໍາໄຊ ແລະ ສະຫວັນນະເຂດ; ທ່ານ ນາງ ຮາລິອຸນໂກ ກັນບັດ (Khaliungoo Ganbat) ຮັກສາການຜູ້ຕາງໜ້າມູນນິທິເອເຊຍ ປະຈຳ ສປປລາວ; ບັນດາທ່ານຕາງໜ້າກົງຈັກການຈັດຕັ້ງທີ່ກ່ຽວຂ້ອງພາຍໃນ ສພຊ, ກົມອົງການຈັດຕັ້ງສາກົນກະຊວງການຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ການຄ້າຂອງນູແວນເຊລັງ, ກະຊວງການຕ່າງປະເທດ ແລະ ການຄ້າຂອງອົດສະຕຣາລີ, ອົງການເພື່ອການພັດທະນາ ແລະ ການຮ່ວມມື ແຫ່ງປະເທດສະວິດ ພ້ອມດ້ວຍແຂກຖືກເຊີນ.

ທ່ານ ນາງ ຮາລິອຸນໂກ ກັນບັດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດ ແລະ ຜົນສຳເລັດຂອງໂຄງການນັບແຕ່ປີ 2020-2025 ເຊິ່ງທ່ານໃຫ້ຮູ້ວ່າ: ຕະຫຼອດໄລຍະເວລາເກືອບ 5 ປີຂອງການດຳເນີນງານ, ໂຄງການໄດ້ສ້າງຄວາມປ່ຽນແປງ ແລະ ສາ ມາດບັນລຸຈຸດປະສົງຂອງໂຄງການໄດ້ຫຼາຍດ້ານ ຄື: 1) ຂີດຄວາມສາມາດຂອງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ໃນການຈັດຕັ້ງປະຕິບັດ 3 ພາລະບົດບາດ ໄດ້ຮັບການຍົກລະດັບ ແລະ ສາມາດນຳໄປໃຊ້ໄດ້ຢ່າງແທ້ຈິງ; 2) ພະນັກງານຂອງ ສພຊ ແລະ ສພຂ ໄດ້ຮັບການຍົກລະດັບຂີດຄວາມສາມາດ ເພື່ອສະໜັບສະໜູນ ສສຊ ແລະ ສສຂ ໃນການຈັດຕັ້ງປະຕິບັດ 3 ພາລະບົດບາດໃນຂົງເຂດຍຸດທະສາດທີ່ສຳຄັນ; 3) ຂີດຄວາມສາມາດທາງດ້ານການຄົ້ນຄວ້ານິຕິກໍາ, ການຄົ້ນຄວ້າວຽກງານລັດຖະສະພາ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄດ້ຮັບການຍົກລະດັບ ຄຽງຄູ່ກັບການສ້າງ ແລະ ແປປຶ້ມຄູ່ມືດ້ານວຽກງານຕ່າງໆທີ່ຈຳເປັນ; 4) ດ້ວຍການຂະຫຍາຍການສະໜັບສະໜູນໄປຍັງ ສພຂ ເຮັດໃຫ້ພາລະບົດບາດຂອງ ສພຂ ໄດ້ຮັບການຍົກສູງ ໂດຍສະເພາະດ້ານການຕິດຕາມກວດກາ ແລະ ການຍົກສູງນິຕິກໍາ; 5) ຄຸນນະພາບຂອງບັນດາກົດໝາຍ ແລະ ນະໂຍບາຍຕ່າງໆ ທີ່ນຳເຂົ້າພິຈາລະນາໃນກອງປະຊຸມ ສພຊ ໃນໄລຍະຜ່ານມາ ໄດ້ຮັບການຍົກລະດັບທາງດ້ານເນື້ອໃນ ແລະ ມີຄວາມຮອບດ້ານ ຜ່ານການສະໜັບສະໜູນຂອງໂຄງການໃນຫຼາຍກິດຈະກໍາ.

ທ່ານ ສັນຍາ ປຣະເສີດ ກ່າວວ່າ: ຈຸດປະສົງຂອງໂຄງການນີ້ ແມ່ນເພື່ອຊ່ວຍສ້າງຄວາມເຂັ້ມແຂງໃນການປະຕິບັດໜ້າທີ່ທາງດ້ານນິຕິບັນຍັດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນການຄົ້ນຄວ້າ ແລະ ພິຈາລະນານະໂຍບາຍ, ກົດໝາຍ ໃຫ້ມີປະສິດທິຜົນ; ຜົນສຳເລັດເຫຼົ່ານີ້ ເປັນພື້ນຖານໃນການຂະຫຍາຍຜົນ ແລະ ສືບຕໍ່ການພັດທະນາຢ່າງຍືນຍົງ. ທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ທຸກພາກສ່ວນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນໂຄງການນີ້ເປັນຢ່າງດີ ຈົນສາມາດສຳເລັດໂຄງການໄດ້ຢ່າງຈົບງາມ.
(ນາງ ອາລິນ ສຸພິມມະປະດິດ)