loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະຫຼຸບກາງສະໄໝການປະຕິບັດແຜນພັດທະນາຍົກສູງຂີດຄວາມສາມາດ

ກ.ຍ. 18, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 16 ກັນຍາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມສະຫຼຸບກາງສະໄໝການ ຈັດຕັ້ງປະຕິບັດແຜນພັດທະນາການຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສນາທິການ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ປອ. ອານຸພາບ ຕຸນາລົມ ປະທານສະພາປະ ຊາຊົນນະຄອນຫຼວງວຽງຈັນ (ສປນວ), ບັນດາທ່ານປະທານ-ຮອງປະທານກໍາມາທິການ, ຫົວໜ້າ ແລະ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາ, ຄະນະປະຈຳ ສປນວ ພ້ອມດ້ວຍຄະນະກົມ, ສູນ ແລະ ຫ້ອງການ ພາຍໃນ ສພຊ.
ກອງປະຊຸມໄດ້ຮັບຟັງບົດສະຫຼຸບຕີລາຄາກາງສະໄໝໃນການຈັດຕັ້ງປະຕິບັດແຜນພັດທະນາການຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ), ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແລະ ພະ ນັກງານທີ່ເປັນເສນາທິການ ຂອງແຜນການ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝຂອງສະພາແຫ່ງຊາດຊຸດທີ IX ແລະ ແຜນດໍາເນີນງານການຍົກສູງຄວາມສາມາດທ້າຍສະໄໝ ເຊິ່ງຄະນະຮັບຜິດຊອບ, ຄະນະສະຖາບັນຄົ້ນຄວ້ານິຕິກໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນກິດຈະກໍາຕ່າງໆຕະຫຼອດໄລຍະ 3 ປີ (2021-2023) ໄດ້ລື່ນຄາດໝາຍຂອງແຜນການ 5 ປີ ເປັນຕົ້ນໄດ້ຈັດເຝິກອົບຮົມ-ສໍາມະນາຍົກສູງຂີດຄວາມສາມາດໃຫ້ ສສຊ, ສສຂ ແລະ ພະນັກງານທີ່ເປັນເສນາທິການ 87 ຄັ້ງ ລື່ນແຜນການ 37 ຄັ້ງ, 98 ຫົວຂໍ້ ເຊິ່ງກໍານົດໄວ້ມີທັງໝົດ 120 ຫົວຂໍ້ ເທົ່າກັບ 81.66% ຂອງແຜນການ 5 ປີ. ພ້ອມນັ້ນ, ກໍໄດ້ວາງຄາດໝາຍແຜນ ການຮອດທ້າຍສະໄໝ ສພຊ ຊຸດທີ IX (2024-2025) ເປັນຕົ້ນການຈັດຕັ້ງຊຸຸດເຝິກອົບຮົມ, ສຳມະນາລະດັບຕ່າງໆ ໃຫ້ໄດ້ 30 ຄັ້ງ ຕາມຫົວຂໍ້ຕ່າງໆ 99 ຫົວຂໍ້; ສ້າງວິທະຍາກອນ, ຄູເຝິກໃຫ້ໄດ້ 100% ຂອງແຜນການ; ສ້າງປຶ້ມຫຼັກສູດ, ຄູ່ມືເຝິກອົບຮົມ-ສໍາມະນາ ແລະ ສິ່ງພິມຂໍ້ມູນຕ່າງໆ ໃຫ້ໄດ້ 16 ຫົວຂໍ້. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະ ກອບຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສອດຄ່ອງກັບສະ ພາບການຈັດຕັ້ງປະຕິບັດຕົວຈິງຂອງວຽກງານ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການໃນຕໍ່ໜ້າ ແລະ ເປັນທິດໃນການຄົ້ນຄວ້າປັບປຸງວຽກງານຍົກສູງຂີດຄວາມສາມາດໃຫ້ໄດ້ຮັບຜົນດີ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ມີບາງຄໍາເຫັນຄື: ເພີ່ມທະວີການປະ ສານສົມທົບລະຫວ່າງພາກສ່ວນຕ່າງໆພາຍໃນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ດ້ານເນື້ອໃນ, ຮູບການ ແລະ ງົບປະມານໃນການຈັດເຝິກອົບຮົມ-ສໍາມະນາ ໃຫ້ມີຄວາມກົມກຽວ, ເອກະພາບ ແລະ ລວມສູນກວ່າເກົ່າ; ປັບປຸງມະຕິວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມການຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ສອດຄ່ອງກັບການສັບຊ້ອນບັນດາທ່ານໃນຄະນະຊີ້ນໍາລວມຕົວຈິງ; ຍູ້ແຮງການສ້າງ ແລະ ພັດທະນາດ້ານວິທະຍາກອນ, ຄູ່ມືການເຝິກອົບຮົມ-ສໍາມະນາຂຶ້ນຕື່ມໃນທ້າຍສະໄໝຂອງສະພາແຫ່ງຊາດຊຸດທີ IX ທັງກະກຽມພື້ນຖານໃນການຍົກສູງຂີດຄວາມສາມາດສໍາລັບສະພາແຫ່ງຊາດຊຸດທີ X ທີ່ຈະມາເຖິງນີ້; ເອົາໃຈໃສ່ປະເມີນ, ຕີລາຄາຜົນໄດ້ຮັບຈາກການນໍາໃຊ້ບົດຮຽນທີ່ໄດ້ເຝິກອົບຮົມ-ສໍາມະນາ ເພື່ອປັບປຸງບັນ ດາເນື້ອໃນໃຫ້ຖືກຕ້ອງ, ສອດຄ່ອງກັບເປົ້າໝາຍຕ່າງໆໃນແຕ່ລະໄລຍະ.
(ນາງ ກຸກກິກ ບຸດດາໄຊ)