ວັນທີ 8 ທັນວາ 2023 ນີ້, ສະຫະພັນແມ່ຍິງ ຮາກຖານສະພາປະຊາຊົນ ແຂວງຫົວພັນ ໄດ້ຈັດກອງປະຊຸມ ປະເມີນເນື້ອໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2023 ຂຶ້ນ, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ. ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ວຽງສອນ ວົງພາສຸກ ຮອງປະທານ ສະຫະພັນແມ່ຍິງ ຮາກຖານສະພາປະຊາຊົນ ແຂວງຫົວພັນ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ແທງ ວິໄລພອນ ຄະນະໜ່ວຍພັກ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ປະທານກຳມະການເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ພ້ອມດ້ວຍບັນດາສະມາຊິກແມ່ຍິງພາຍໃນຮາກຖານ ເຂົ້າຮ່ວມທັງໝົດ 17 ສະຫາຍ ຍິງ16 ສະຫາຍ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການການເຊື່ອມຊຶມເອກະສານ ຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ແລະ ຮັບຟັງການລາຍງານ ຮ່າງບົດສະຫລຸບ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມເນື້ອຂໍ້ແຂ່ງຂັນ 3 ດີ ດ້ານດີຜົນງານ ແລະ ດ້ານອ່ອນຄົງຄ້າງ ສະຫະພັນແມ່ຍິງຮາກຖານ ສພຂ ໃນໄລຍະ 1 ປີ ຜ່ານມາ ແລະ ທິດທາງແຜນການ ປະຈຳປີ 2024. ພ້ອມນີ້; ກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາໃສ່ຮ່າງບົດສະຫລຸບ ແລະ ທິດທາງແຜນການ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສາມາດຈັດຕັ້ງປະຕິບັດໄດ້. ຈາກນັ້ນ; ໄດ້ປະເມີນຜົນເນື້ອໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນແມ່ຍິງ 3 ດີ; ພາຍໃນສະຫະພັນແມ່ຍິງ ຮາກຖານ ສະພາປະຊາຊົນແຂວງ ມີສະມາຊິກແມ່ຍິງທັງໝົດ 20 ສະຫາຍ ປະເມີນຕົວຈິງ 19 ສະຫາຍ, ເຊິ່ງແຕ່ລະສະຫາຍໄດ້ຜ່ານໃບສຳຫຼວດຕົນເອງ, ພ້ອມກັນຕີລາຄາແບ່ງປະເພດຕາມເງື່ອນໄຂມາດຖານຂໍ້ແຂ່ງຂັນແມ່ຍິງ 3 ດີ, ຜ່ານການຕີລາຄາແບ່ງປະເພດ ສາມາດຍາດໄດ້ບຸກຄົນສະຫະພັນ 3 ດີ ປະເພດ I ຈຳນວນ 19 ສະຫາຍ. ຈາກນັ້ນ; ສະມາຊິກພາຍໃນຮາກຖານ ໄດ້ລົງປະຊາມະຕິຮັບຮອງເອົາສະຫະພັນແມ່ຍິງຮາກຖານຂອງຕົນ ເປັນສະຫະພັນແມ່ຍິງຮາກຖານ 3 ດີ, ພ້ອມທັງ; ສະເໜີຂັ້ນເທິງຄົ້ນຄວ້າອອກໃບຢັ້ງຢືນໃຫ້ສະຫະພັນແມ່ຍິງຮາກຖານ ສະພາປະຊາຊົນແຂວງ ເປັນຮາກຖານແມ່ຍິງ 3 ດີ ປະຈຳປີ 2023 .

ຕອນທ້າຍ; ສະຫາຍ ແທງ ວິໄລພອນໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນໝົດ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານ ແມ່ຍິງໃນໄລຍະ 1 ປີຜ່ານມາທີ່ໄດ້ ພ້ອມກັນ ເຮັດສຳເລັດໜ້າທີ່ ວຽກງານການເມືອງຂອງຕົນ ແລະ ຮຽກຮ້ອງໃຫ້ສະມາຊິກພາຍໃນໜ່ວຍແມ່ຍິງທັງໝົດ ຈົ່ງພ້ອມກັນເປັນເອກະພາບ; ຮັກສາມູນເຊື້ອຄວາມສາມັກຄີພາຍໃນ ແລະ ພາຍນອກ, ເປັນເຈົ້າການນຳກັນສ້າງຂະບວນການ 3 ດີ ໃຫ້ດີກວ່າເກົ່າ, ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ; ເອົາໃຈໃສ່ ພັດທະນາຕົນເອງ ໃນການຊອກຮູ້ຫາຮຽນ ກໍຄື ສ້າງຄວາມກ້າຫານ ແລະ ບຸກບືນຕໍ່ຫນ້າທີ່ວຽກງານວິຊາສະເພາະຂອງຕົນ ໃຫ້ນັບມື້ນັບດີຂຶ້ນ ຮັກສາມູນເຊື້ອ ແລະ ສ້າງໜ່ວຍແມ່ຍິງໃຫ້ກາຍເປັນໜ່ວຍແມ່ຍິງ 3 ດີຄັ້ງໄປ.
ພາບ ແລະ ຂ່າວ: ສພຂ