ສະຫະພັນແມ່ຍິງ ສພຊ ເຂົ້າຮ່ວມບັ້ນດຳເນີນຊີວິດການເມືອງ ທ້າຍສະໄໝທີ VIII ຂອງຄະນະບໍລິຫານງານ ສສຍລ

ສ.ຫ. 14, 2025

(ສພຊ) – ສະຫາຍ ນາງ ມະນີວັນ ເຍຍປາວເຮີ ປະທານສະຫະພັນແມ່ຍິງສະພາແຫ່ງຊາດ (ສພຊ) ສະໄໝທີ IV, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ສະໄໝທີ VIII ແລະ ສະຫາຍ ນາງ ວິໄຊ ສຣິດທິຣາດ ປະທານສະຫະພັນແມ່ຍິງສະພາແຫ່ງຊາດ ສະໄໝທີ V ໄດ້ເຂົ້າຮ່ວມກອງປະຊຸມບັ້ນດຳເນີນຊີວິດການເມືອງທ້າຍສະໄໝທີ VIII ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທີ່ຈັດຂຶ້ນເມື່ອວັນທີ 12 ສິງຫາຜ່ານມາ ຢູ່ສູນອົບຮົມແມ່ຍິງລາວ ເຊິ່ງກອງປະຊຸມໄດ້ສືບຕໍ່ຜ່ານບົດສຳຫຼວດບຸກຄົນພາຍໃນຄະນະບໍລິຫານງານ ສສຍລ ສະໄໝທີ VIII ແລະ ລາຍງານຜົນການດຳເນີນຊີວິດການເມືອງຂອງຕົນ ຕໍ່ຄະນະປະທານ ສສຍລ; ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ສີ ໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຜູ້ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX.
ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ລາຍງານຫຍໍ້ຜົນຂອງການດຳເນີນກອງປະຊຸມບັ້ນດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານ ສສຍລ ສະໄໝທີ VIII ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ.
ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນຕໍ່ທີ່ປະຊຸມ ເຊິ່ງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ສາມາດຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານ ສສຍລ ທຸກສະຫາຍ ຕ້ອງເອົາໃຈໃສ່ສືບຕໍ່ເພີ່ມທະວີວຽກງານນໍາພາການເມືອງ-ແນວຄິດຢ່າງຕໍ່ເນື່ອງ ໃຫ້ເຂົ້າສູ່ລວງເລິກ ແລະ ແທດກັບຕົວຈິງ; ເປັນແບບຢ່າງນໍາພາ-ຊີ້ນໍາຖັນແຖວແມ່ຍິງໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ແລະ ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄຸນສົມບັດສິນທໍາປະຕິບັດ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮັກສາກຽດສັກສີແມ່ຍິງລາວ ແລະ ສືບຕໍ່ສ້າງແມ່ຍິງລາວບັນດາເຜົ່າ ໃຫ້ກາຍເປັນຜູ້ສືບທອດທີ່ຈົງຮັກພັກດີຕໍ່ປະເທດຊາດ, ມີລະບຽບວິໄນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ຄອບຄົວ; ເພີ່ມທະວີເຕົ້າໂຮມຄວາມສາມັກຄີ ພ້ອມກັນຜ່ານຜ່າທຸກຂໍ້ຫຍຸ້ງຍາກ, ກະກຽມຄວາມພ້ອມຮອບດ້ານກ້າວເຂົ້າສູ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ທັງກະກຽມຫັນເອົາເນື້ອໃນຈິດໃຈ, ທິດທາງຂອງກອງປະຊຸມ ເຂົ້າໃນເເຜນພັດທະນາເເມ່ຍິງຢູ່ເເຕ່ລະຂະເເໜງການ, ເເຕ່ລະຂັ້ນ; ສືບຕໍ່ສ້າງ ແລະ ເຝິກຝົນຕົນເອງ ໃຫ້ມີຄວາມສະດຸ້ງໄວຕໍ່ສະພາບການທີ່ຜັນແປໄປຢ່າງໄວວາ ເພື່ອກຽມພ້ອມຮັບມືກັບສິ່ງທ້າທາຍທົດສອບທີ່ເກີດຂຶ້ນ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ເພື່ອພັດທະນາຕົນເອງໃນສະພາບແວດລ້ອມໜ້າທີ່ການເມືອງຂອງພັກໃນໄລຍະໃໝ່; ສືບຕໍ່ຕັ້ງໜ້າປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ມີຄວາມຮູ້, ຄວາມສາມາດ ສົມທົບກັບອົງການມະຫາຊົນ ເພື່ອປັບປຸງຄວາມເຂັ້ມແຂງຂອງທຸກການຈັດຕັ້ງ, ເອກະພາບກັນແກ້ໄຂບັນຫາປາກົດການຫຍໍ້ທໍ້ຢູ່ແຕ່ລະຂັ້ນ;​ ຍູ້ແຮງການສ້າງຂະບວນການໃຫ້ຟົດຟື້ນ, ຕໍ່ເນື່ອງ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ເວົ້າລວມ, ເວົ້າສະເພາະແມ່ນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ; ເອົາໃຈໃສ່ຕື່ມຕໍ່ການຜັນຂະຫຍາຍມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານອົງການມະຫາຊົນຂອງພັກໃນໄລຍະໃໝ່ ໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງຫຼາຍກວ່າເກົ່າ ໂດຍສະເພາະແມ່ນການເຂົ້າຮ່ວມຂະບວນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການສ້າງອາຊີບທີ່ໝັ້ນຄົງ ສາມາດສ້າງລາຍຮັບໃຫ້ກັບຕົນເອງ ແລະ ຄອບຄົວ, ການສ້າງຄວາມສະເໝີພາບຍິງ-ຊາຍ, ການປົດປ່ອຍເເມ່ຍິງອອກຈາກຄວາມຫຼ້າຫຼັງ ແລະ ເຂົ້າເຖິງການບໍລິການດ້ານການສຶກສາ, ສາທາລະນະສຸກ ໃຫ້ທົ່ວເຖິງ.
(ຄັດຈາກເພຈ: ກະບອກສຽງແມ່ຍິງລາວ)