
ຕອນເຊົ້າວັນອັງຄານ, ວັນທີ 28 ກຸມພາ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງ ໄດ້ຮ່ວມຊີວິດປະຈໍາເດືອນ ກຸມພາ 2023, ໂດຍການເປັນປະທານຂອງທ່ານ ນ. ວຽງສະໄໝ ປັນຍາຂັນ ປະທານສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງ, ມີທ່ານ ນ. ຄໍາພອນ ພິມະຈັນ ຮອງປະທານສະພາປະຊາຊົນແຂວງ, ທ່ານ ນ. ວັນສີ ພວງມະໄລ ຮອງເລຂາໜ່ວຍພັກ ແລະ ສະມາຊິກແມ່ຍິງພາຍໃນໜ່ວຍສະພາປະຊາຊົນແຂວງ ເຂົ້າຮ່ວມ.



ຄະນະຮັບຜິດຊອບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາເດືອນ ກຸມພາ ແລະ ວາງທິດທາງແຜນການປະຈໍາເດືອນ ມີນາ 2023 ຂອງສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງອຸດົມໄຊ ເຊິ່ງຜ່ານການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະເລຂາທິການ, ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບໃນໄລຍະຜ່ານມາ ສະຫະພັນແມ່ຍິງໜ່ວຍ ໄດ້ເປັນເຈົ້າການເຂົ້າຮ່ວມເຊື່ອມຊຶມ, ຮັບຟັງການປະຖະກາຖາ ແລະ ເຜີຍແຜ່ບັນດາເອກະສານສຳຄັນຂອງພັກ-ລັດ ເປັນຕົ້ນແມ່ນ: ມະຕິເລກທີ 21/ກມສພ, ລົງວັນທີ 9 ພະຈິກ 2022 ກົມການເມືອງສູນກາງພັກ ວ່າດ້ວຍ ການຕີລາຄາພະນັກງານ, ແຈ້ງການແນະນໍາຄະນະຈັດຕັ້ງສູນກາງພັກເລກທີ 322/ຄຈສພ, ລົງວັນທີ 2 ພະຈິກ 2022 ເລື່ອງການປະຕິບັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ເອກະສານປະຖະກະຖາວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 41 ປີ 16 ກຸມພາ 1982-16 ກຸມພາ 2023.


