loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 3 ດີ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024

​ພ.ຈ. 29, 2023 | ເຂດ 11 ບໍລິຄຳໄຊ

ໃນຕອນບ່າຍວັນທີ 28 ພະຈິກ 2023 ນີ້ ສະຫະພັນແມ່ຍິງຮາກຖານ ສະພາປະຊາຊົນແຂວງ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນ 3 ດີ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ຂື້ນ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໃສຄໍາ ທອງລັດ ເລຂາຄະນະພັກຮາກຖານ, ຮອງປະທານສະພາປະຊາຊົນແຂວງ, ທ່ານນາງ ຂັນທອງ ພັນທະຈັກ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ມີບັນດາໜ່ວຍ ແລະ ຈຸ ສະມາຊິກແມ່ຍິງ ທີ່ຂື້ນກັບສະຫະພັນແມ່ຍິງ ຮາກຖານສະພາປະຊາຊົນແຂວງເຂົ້າຮ່ວມ.
ໂອກາດນີ້ທ່ານນາງ ພອນໄຊ ຈັນທະປັນຍາ ປະທານສະຫະພັນແມ່ຍິງ ຮາກຖານສະພາປະຊາຊົນແຂວງ ໄດ້ຜ່ານຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ສະຫະພັນແມ່ຍິງຮາກຖານ ສະພາປະຊາຊົນແຂວງ ປະກອບມີ 2 ໜ່ວຍ ແລະ 2 ຈຸຂຶ້ນກັບຄື: ແມ່ຍິງໜ່ວຍຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ແມ່ຍິງໜ່ວຍຄະນະເລຂາທິການ ແມ່ຍິງຈຸຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ ແລະ ແມ່ຍິງຈຸຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ. ມີສະມາຊິກແມ່ຍິງທັງໝົດ 29 ສະຫາຍ ໃນໄລຍະ 1 ປີຜ່ານມາເອື້ອຍນ້ອງແມ່ຍິງຍັງຮັກສາໄດ້ ຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ມີຄວາມສາມັກຄີເປັນເອກະພາບ ເອົາໃຈໃສ່ໃນດ້ານການພັດທະນາຕົນເອງ ປັບປຸງແບບແຜນວິທີເຮັດວຽກ ແລະ ເສີມຂະຫຍາຍຄວາມຮູ້ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດໃນຫຼາຍດ້ານ ສັງລວມແລ້ວ ຜ່ານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີໃນໄລຍະຜ່ານມາ ສະມາຊິກແມ່ຍິງແຕ່ລະສະຫາຍ ໄດ້ຕັ້ງໜ້າເຮັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ຕາມການມອບໝາຍ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ: ວຽກງານອົງການຈັດຕັ້ງມະຫາຊົນ ການປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ວັນສຳຄັນຕ່າງໆຂອງຊາດ ຂອງພັກ ຢ່າງເປັນຂະບວນຟົດຟື້ນ ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນ 1 ປີຜ່ານມາ ທີ່ໄດ້ດໍາເນີນການປະເມີນຜົນຕາມແບບຟອມ ເຫັນວ່າຍັງສາມາດຮັກສາໄດ້ຮາກຖານ 3 ດີ ແລະ ສະມາຊິກແມ່ຍິງ 3 ດີ ໄດ້ປະເພດ I ທັງໝົດຈໍານວນ 28 ສະຫາຍ ໃນນີ້: ສັງລວມຄະແນນໄດ້ 86,5-90 ມີ 3 ສະຫາຍ, ຄະແນນ 90,5-95 ມີ 12 ສະຫາຍ ແລະ ຄະແນນ 95,1- 98,4 ມີ 13 ສະຫາຍ ພ້ອມນີ້ໃນພິທີຍັງໄດ້ ມອບໃບຢັ້ງຢືນຮາກຖານ 3 ດີ ມອບໂດຍທ່ານນາງ ຂັນທອງ ພັນທະຈັກ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຮັບໂດຍທ່ານນາງ ພອນໄຊ ຈັນທະປັນຍາ ປະທານສະຫະພັນແມ່ຍິງຮາກຖານ ສະພາປະຊາຊົນແຂວງ ພ້ອມນີ້ຕາງໜ້າໜ່ວຍ ແລະ ຈຸຍັງໄດ້ຈັບມືຂໍ້ແຂ່ງຂັນ 3 ດີນໍາອີກ.

ຂ່າວ ແລະ ພາບ: ໂສລະຢ໋າ