
ຕອນເຊົ້າຂອງວັນທີ 2 ມີຖຸນາ 2022, ທີ່ຫ້ອງປະຊຸມ ສພຂ, ສະຫະພັນກໍາມະບານຮາກຖານສະພາປະຊາຊົນແຂວງ ໄດ້ດໍາເນີນຊີວິດປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022 ໂດຍການເປັນປະທານຂອງສະຫາຍ ນ. ຄໍາພອນ ພິມມະຈັນ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານສະຫະພັນກໍາມະບານຮາກຖານ ສພຂ, ໃຫ້ກຽດເຂົ້າ ຮ່ວມໂດຍສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະກໍາມະບານ, ບັນດາສະຫາຍສະມາຊິກກໍາມະບານພາຍໃນ ສພຂ ເຂົ້າຮ່ວມ.




ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງສະຫະພັນກໍາມະບານຮາກຖານ ສະພາປະຊາຊົນແຂວງ, ຕະຫຼອດໄລຍະ 6 ເດືອນຜ່ານມາສະມາຊິກກໍາມະບານ ສພຂ ໄດ້ຖືເອົາວຽກງານການສຶກສາອົບຮົມດ້ານການເມືອງ-ແນວຄິດເປັນຫຼັກ, ສະມາຊິກກໍາມະບານແຕ່ລະສະຫາຍ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມສາມັກຄີພາຍໃນໂດຍພື້ນຖານ, ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ, ມີຄວາມຫ້າວຫັນປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ຕົນຮັບຜິດຊອບມີຜົນສໍາເລັດຫຼາຍດ້ານ ເຊິ່ງສະແດງອອກຢູ່ໃນບົດສະຫຼຸບດັ່ງກ່າວ, ເຊື່ອມຊຶມບັນດານິຕິກໍາຂອງພັກ-ຂອງລັດ ເປັນປົກກະຕິ. ພ້ອມກັນນັ້ນ, ສະມາຊິກກໍາມະບານຍັງໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະ ຫຼຸບດັ່ງກ່າວ, ຊຶ່ງບັນດາສະຫາຍໄດ້ມີຄໍາເຫັນຈຸດສຸມຕໍ່ພາກທິດທາງແຜນການ 6 ເດືອນທ້າຍປີ 2022, ໃນ 6 ເດືອນຕໍ່ໜ້າສະມາຊິກກໍາມະບານ ສພຂ ຈະໄດ້ກະກຽມເຂົ້າຮ່ວມວຽກງານຂະບວນ ການທີ່ສໍາຄັນເຊັ່ນ: ພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງອຸດົມໄຊ, ວັນສ້າງຕັ້ງກໍາລັງ ປກສ ແຂວງ ຄົບຮອບ 60 ປີ , ວັນລັດຖະທໍາມູນແຫ່ງຊາດ ຄົບຮອບ 31 ປີ ແລະ ວັນສໍາຄັນອື່ນໆ ພ້ອມ ກັນນັ້ນ ຈະໄດ້ປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2022. ໃນໂອກາດດັ່ງກ່າວ ຄະນະກໍາມະບານຍັງໄດ້ຜ່ານບົດແນະນໍາ(ເພື່ອເປັນການອຸ່ນຄືນ)ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ ແລະ ບັນດາສະມາຊິກກໍາມະກໍາມະບານ ໄດ້ຖືເອົາໂອກາດດັ່ງກ່າວຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ.


ຕອນທ້າຍ, ປະທານໄດ້ສະຫຼຸບສັງລວມບັນຫາຕ່າງໆ ພ້ອມທັງມີຄໍາເຫັນຕໍ່ສະມາຊິກກໍາມະບານ ແລະ ໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍຈົ່ງເພີ່ມທະວີໃນການເຊື່ອມຊຶມບັນດານິຕິກໍາ, ມີແນວຄິດຫຼັກໝັ້ນ, ອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງຂອງພັກ-ຂອງລັດ, ເຊື່ອໝັ້ນຕໍ່ການນໍາພາຂອງກົມກອງ, ເພີ່ມທະວີຄວາມສາມັກຄີພາຍໃນເປັນຈິດໜຶ່ງໃຈດຽວ, ເອົາໃຈໃສ່ຕໍ່ວຽກງານວິຊາສະ ເພາະທີ່ຕົນຮັບຜິດຊອບ, ປະຕິບັດຂໍ້ແຂ່ງ 5 ເປັນເຈົ້າ, ເປັນເສນາທິການໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ເພື່ອເຮັດວຽກງານຂອງ ສພຂ ມີຜົນສໍາເລັດໃນແຕ່ລະດ້ານ.

ກວດແກ້: ແສງພອນ ອິນນະລົງ.