
ຕອນບ່າຍຂອງວັນທີ 3 ພຶດສະພາ 2024 ຢູ່ທີ່ຫ້ອງປະຊຸມ 4 ອົງການຈັດຕັ້ງມະຫາຊົນ, ໄດ້ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດເນື້ອໃນຂໍ້ຕົກລົງຮ່ວມ ລະຫວ່າງ ຄະນະປະຈໍາແນວລາວສ້າງຊາດແຂວງ ກັບ ຄະນະປະຈຳສະພາປະຊາຊົນແຂວງ, ຝາຍແນວລາວສ້າງຊາດແຂວງ ນໍາໂດຍທ່ານ ວັນນາ ແກ້ວສັນຕິ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ແລະ ຝາຍສະພາປະຊາຊົນແຂວງ ນໍາໂດຍທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາແນວລາວສ້າງຊາດແຂວງ, ຄະນະປະຈຳສະພາປະຊາຊົນ, ຫົວໜ້າຂະແໜງ ແລະ ພະນັກງານຂະແໜງກ່ຽວຂ້ອງຂອງ 2 ພາກສວນເຂົ້າຮ່ວມ.



ກອງປະຊຸມ, ທາງຄະນະຮັບຜິດຊອບ ໄດ້ຜ່ານຮ່າງບົດສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດເນື້ອໃນ ຂໍ້ຕົກລົງຮ່ວມ ລະຫວ່າງ ຄະນະປະຈໍາແນວລາວສ້າງຊາດແຂວງ ກັບ ຄະນະປະຈຳສະພາປະຊາຊົນແຂວງ, ເຊິ່ງຂໍ້ຕົກລົງຮ່ວມດັ່ງກ່າວປະກອບມີ 5 ໝວດ, 20 ມານຕາ ແລະ ໄດ້ລົງລາຍເຊັນໃນວັນທີ 20 ພຶດສະພາ 2022, ເຊິ່ງທັງ 2 ພາກສວນຮ່ວມກັນຈັດຕັ້ງປະຕິບັດໄດ້ເກືອບ 2 ປີ. ຜ່ານການ ເຄື່ອນໄຫວເຫັນວ່າທັງ 2 ພາກສວນໄດ້ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີຂອງຕົນ ແລະ ມີຜົນສໍາເລັດໃນຫລາຍໆດ້ານ. ພ້ອມນັ້ນ, ໄດ້ວາງທິດທາງແຜນການເຄື່ນໄຫວປະຈໍາປີ 2024 ຕື່ມອີກ.






ຫຼັງຈາກນັ້ນ, ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫລຸບການເຄື່ອນ ໄຫວຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມວ່າດ້ວຍການພົວພັນລະຫວ່າງ ຄະນະປະຈຳສະພາປະຊາຊົນແຂວງ ກັບ ຄະນະປະຈໍາແນວລາວສ້າງຊາດແຂວງ ຢ່າງເລີກເຊິ່ງ, ກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດດີຂຶ້ນກວ່າເກົ່າ.

