loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະມາຊິ ພັກ-ພະນັກງານສະພາປະຊາຊົແຂວງ ໄຊຍະບູລີ ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI.

​ພ.ຈ. 15, 2023 | ເຂດ 7 ໄຊ​ຍະບູລີ

ໃນວັນທີ 15 ພະຈິກ 2023 ນີ້ ສະມາຊິກ ພັກ-ພະນັກງານ ສະພາປະຊາຊົນ ແຂວງໄຊຍະບູລີ ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ຂຶ້ນ ທີ່ຫ້ອງປະຊຸມສະພາປະ ຊາຊົນ ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມເຜີຍ ແຜ່ຂອງທ່ານ ນາງ ວິລະພອນ ທອງພິມ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີປະທານຄະນະກໍາມະການ, ຮອງປະທານຄະນະກໍາມະການ, ຮອງເລຂາທິການ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍສະມາຊິກພັກພະນັກງານພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.


ໂອກາດນີ້ ທ່ານ ນາງ ວິລະພອນ ທອງພິມ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ໄດ້ໃຫ້ກຽດຂຶ້ນເຜີຍແຜ່ເອກະສານທີ່ສໍາເລັດເຊັ່ນ: ຄໍາສັ່ງແນະນໍາ ເລກທີ 434 ຂອງຄະນະເລຂາທິການສູນ ກາງພັກ, ລົງວັນທີ 8 ກັນຍາ 2023 ແລະ ຄໍາແນະນໍາຂອງຄະນະປະຈໍາພັກແຂວງສະບັບເລກທີ 03/ຄພຂ ຊຍ ລົງວັນທີ 20 ຕຸລາ 2023 , ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກໃນໄລຍະກາງສະໄໝ, ຜ່ານມະຕິກອງປະ ຊຸມຄົບຄະນະບໍລິຫານງານສູນກາງພັກກາງສະໄໝ, ຜ່ານມະຕິວ່າດ້ວຍການສຶບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງໃໝ່ເຂົ້າສູ່ລວງເລິກ.

ພ້ອມນີ້ ທ່ານ ບຸນໄທ ສີເທບ ປະ ທານຄະນະກໍາມະການ ວັດທະນະທໍາ-ສັງຄົມ ແລະ ບັນ ດາເຜົ່າ ໄດ້ຂຶ້ນເຜີຍແຜ່ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ໃນໄລຍະເຄິ່ງສະ ໄໝ, ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດສັງຄົມໃນໄລຍະກາງສະໄໝ ແລະ ແຜນທ້າຍສະ ໄໝຮອດປີ 2025 ແລະ ຜ່ານແຜນດໍາເນີນງານເພື່ອຜັນຂະຫຍາຍມະຕິວ່າດ້ວຍການສຶກສາຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ.

 

ຈຸດປະສົງຂອງການເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ສະມາຊິກພັກພະນັກງານສະພາປະຊາຊົນແຂວງໄຊຍະບູລີ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ ໃນການນໍາພາ-ຊີ້ນໍາແຕ່ລະໄລຍະ ແລະ ພັດທະນາເສດຖະກິດສັງຄົມຂອງປະເທດເຮົາ ແລະ ອີກດ້ານໜຶ່ງກໍ່ເພື່ອໃຫ້ພວກເຮົາຈົ່ງສຶບຕໍ່ຮໍ່າຮຽນເອົາແບບແຜນທີ່ດີ ບົດຮຽນທີ່ລໍາເລີດນໍາໄປໝູນໃຊ້ເຂົ້າໃນວຽກງານຂອງຕົນ ເອງຮັບຜິດຊອບໃຫ້ມີຜົນສໍາເລັດ.

ຂ່າວ+ພາບ: ອິນທີ ຂຽວສີຟ້າ