ວັນທີ 4-7 ກຸມພາ 2024 ຜ່ານມາ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ແຂວງຫົວພັນ ຊຸດທີ II ນໍາໂດຍທ່ານ ຄອນປະພັນ ເລືອງສີຈັນທອງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ, ທ່ານ ສິງວົງໄຊ ສິລິວົງພັນ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງໄຊ ແລະ ທ່ານ ສີສຸພັນ ກັນຍາວົງ ສະມາຊິກສະພາປະຊາຊົນ ແຂວງປະຈຳເຂດເລືອກຕັ້ງ ເມືອງສົບເບົາ ພ້ອມຄະນະທີມງານ ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຢູ່ 2 ເມືອງ 6 ບ້ານ ຄື: ເມືອງວຽງໄຊ: ບ້ານ ນາຢາງ, ບ້ານ ອ່າງກວັນ, ບ້ານພຽງຄາ ແລະ ບ້ານ ກາງມົງ; ເມືອງສົບເບົາ: ບ້ານ ບ້ານນາບົ້ງ ແລະ ບ້ານນາໂງ່ນ ມີພໍ່ແມ່ປະຊາຊົນ ເຂົ້້າຮ່ວມທັງໝົດ 483 ຄົນ ຍິງ 187 ຄົນ

ການເຄື່ອນໄຫວຄັ້ງນີ້ ໄດ້ຮັບການຕ້ອນຮັບ ອົງການປົກຄອງບ້ານແຕ່ລະບ້ານ, ນາຍບ້ານ-ເຖົ້າແກ່ແນວໂຮມ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃນແຕ່ລະບ້ານ ແລະ ໄດ້ຮັບຟັງການລາຍງານ ສະພາບ ຂອງບ້ານໂດຍຫຍໍ້ຂອງແຕ່ລະບ້ານ ໂດຍສະເພາະແຜນພັດທະນາເສດຖະກິດ – ສັງຄົມ ຂອງບ້ານ ກໍ່ຄືພື້ນຖານໂຄງລ່າງໃນໄລຍະຜ່ານມາ ແລະ ບັນຫາທີ່ຕ້ອງໄດ້ແກ້ໄຂ ແລະ ປັບປຸງໃນຕໍ່ໜ້າ, ຫຼັງຈາກນັ້ນ ທ່ານ ສສຊ, ສສຂ ໄດ້ພັດປ່ຽນກັນຜັນຂະຫຍາຍບັນດາເນື້ອ
ຜົນສໍາເລັດຂອງ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ນອກນັ້ນຍັງຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີຕ່າງໆ ຂອງປະຊາຊົນ ທີ່ສະເໜີເປັນຕົ້ນ ເສັ້ນທາງເຂົ້າບ້ານ, ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃນໄລຍະຜານມາ ແລະ ແລະ ທິດທາງຕໍ່ໜ້າ ຈານັ້ນ, ຄະນະທີມງານ ກໍ່ໄດ້ອະທິບາຍ, ຊີ້ແຈງ ຕໍ່ກັບຄໍາສະເໜີດັ່ງກ່າວ.




ການລົງເຄື່ອນໄຫວຄັ້ງນີ້ ທາງຄະນະທີມງານ ຍັງໄດ້ນໍາເອົາອຸປະກອນການຮຽນ, ເຄື່ອງກິລາ ແລະ ເຄື່ອງນຸ່ງຫົ່ມ ລວມມູນຄ່າ 26.000.000 ກີບເຊິ່ງເຄື່ອງດັ່ງກ່າວໄດ້ມາຈາກ ການຊ່ວຍເຫຼືອ ຂອງບໍລິສັດ ນໍ້າເພັດ ຈະເລີນຊັບການຄ້າຈໍາກັດຜູ້ດຽວ ແລະ ໂອກາດນີ້ ທາງຄະນະຍັງໄດ້ລົງຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງ ໂຮງຮຽນ ມສ ເມືອງລ້ອງ ເມືອງສົບເບົາຕື່ມອີກ
ພາບ: ໄມພອນ ໄຊຍາພິມ
ຂ່າວ: ນັກຂ່າວ ສພຂ