loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດລົງພົບປະຢ້ຽມຢາມປະຊາຊົນເມືອງຈຳພອນ

ກ.ຍ. 10, 2024 | ເຂດ 13 ສະ​ຫວັນນະເຂດ

ໃນວັນທີ 5-6 ກັນຍາ 2024 ນີ້ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນ ແຂວງສະຫວັນນະເຂດ ປະຈຳເຂດເລືອກຕັ້ງເມືອງຈຳພອນ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ສະພາປະຊາຊົນແຂວງຊຸດທີ 2 ນຳພາໂດຍ ທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງສະຫວັນນະເຂດ,ທ່ານ ນາງ ໄຊຊົມຊື່ນ ໂພທິສານ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ທັງເປັນຮອງປະທານ ຄະນະກຳມະການວັດທະນາທຳສັງຄົມ ແລະ ບັນດາເຜົ່າ,ທ່ານ ດວງຈັນ ວຽງວິໄລ ສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດ ປະຈຳເຂດເລືອກຕັ້ງເມືອງຈຳພອນ,ທ່ານ ລຳດວນ ເມືອງມະນີ ສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດ ປະຈຳເຂດເລືອກຕັ້ງເມືອງຈຳພອນ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງຈຳພອນ,ທ່ານຮອງເຈົ້າເມືອງ,ບັນດາທ່ານການນຳຂັ້ນເມືອງ,ເລຂາຄະນະພັກຮາກຖານກຸ່ມບ້ານ,ນາຍບ້ານພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າ.
ໂອກາດດຽວທ່ານ ບຸນລ້ອມ ເທບວົງສາ ນາຍບ້ານໆສີບຸນເຮືອງ ເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ລາຍງານສະພາບລວມຂອງບ້ານໂດຍສັງເຂບ ແລະ ໄດ້ມີຂໍ້ສະເໜີຕໍ່ສະມາຊິກສະພາແຫ່ງຊາດ ຈາກນັ້ນທ່ານ ນາງ ໄຊຊົມຊື່ນ ໂພທິສານ ກໍ່ໄດ້ຂື້ນເຜີຍແຜ່ ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ກອງປະຊຸມໄດ້ພິຈາລະນາ ຮັບຮອງເອົາບັນຫາສຳຄັນຂອງປະເທດຊາດດ້ວຍການອອກເປັນມະຕິທັງໝົດ 20 ສະບັບເຊິ່ງແບ່ງອອກເປັນ 5 ວຽກຫຼັກຄືວຽກງານຂົງເຂດລັດຖະບານ 4 ສະບັບ,ວຽກງານອົງການກວດສອບແຫ່ງລັດ 1 ສະບັບ,ວຽກງານສະພາແຫ່ງຊາດ 1 ສະບັບ,ວຽກງານສ້າງ ແລະ ປັບປຸງກົດໝາຍຈຳນວນ 13 ສະບັບ 162 ກົດໝາຍ,ວຽກບຸກຄະລາກອນ 1 ສະບັບ ໃນນັ້ນທ່ານ ລຳດວນ ເມືອງມະນີ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຈຳພອນ ກໍ່ໄດ້ຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາປະຊາຊົນແຂວງ ກອງປະຊຸມສາມັນເທື່ອທີ 6 ຫາເທື່ອທີ 7ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຊຸດທີ 2 ໃນນັ້ນແຕ່ລະບ້ານກໍ່ໄດ້ມີການສະເໜີເພື່ອໃຫ້ມີການປັບປຸງ ແລະ ແກ້ໄຂ,ການລົງພົບປະຜູ້ມີສິດເລືອກຕັ້ງໃນຄັ້ງນີ້ມີ 4 ບ້ານຄືບ້ານຫົວນ້ຳສ້າງ,ບ້ານຫຼັກ 35 ,ບ້ານເພຍກ່າ,ບ້ານສີບຸນເຮືອງເຊິ່ງມີ ຜູ້ເຂົ້າຮ່ວມທັງໝົດ 321 ຄົນ,ຍິງ141ຄົນ ແລະໄດ້ມອບປື້ມໃຫ້ແຕ່ລະບ້ານໆລະ 125 ຫົວ,ບິກ 125 ກ້ານລວມຈຳນວນທັງໝົດ ປື້ມ 500 ຫົວ,ບິກ 500 ກ້ານມູນຄ່າ 3,225,000ກີບ(ສາມລ້ານສອງແສນຊາວຫ້າພັນກີບ)ພ້ອມນັ້ນຍັງໄດ້ມອບເງິນໃຫ້ບ້ານເພຍກ່າຊຳລະການກໍ່ສ້າງຂົວເບເລຂ້າມເຊຈຳພອນ ຈຸດບ້ານເພຍກ່າມູນຄ່າ 100,000,000 ກີບ,(ໜຶ່ງຮ້ອຍລ້ານກີບ)ໃຫ້ກຽດມອບໂດຍທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ຮັບໂດຍອຳນາດການປົກຄອງບ້ານເພຍກ່າ ແລະ ທາງບ້ານກໍ່ໄດ້ເຮັດພິທີບາສີຜູກແຂນຕ້ອນຮັບແທນຄຳຂອບໃຈຢ່າງລົ້ນເຫຼືອໃນການຊ່ວຍສຳລະການກໍ່ສ້າງຂົວເພື່ອໃຫ້ພໍ່ແມ່ປະຊາຊົນສັນຈອນໄປມາສະດວກສະບາຍຂື້ນ