ໃນລະຫວ່າງວັນທີ 5-7 ກຸມພາ 2025 ຜ່ານມາ ທ່ານ ສົມພອນ ສີອຸດົມພັນ ກໍາມະການພັກແຂວງ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ6 ແຂວງຫຼວງພະບາງ, ຮອງ ປະທານສະພາປະຊາຊົນແຂວງ ໄດ້ລົງເຄື່ອນໄຫວພົບປະໂອ້ລົມຜູ້ມີສິດເລືອກຕັ້ງຢູ່ ບ້ານຫາດຂາມ, ບ້ານ ສົບຂິງ, ບ້ານໂພນຊະນະ, ບ້ານຫາດສາ ແລະ ບ້ານປາກລວງ ກຸ່ມສົບຂິງ ເມືອງງອຍ ແຂວງຫຼວງພະບາງ ລວມມີຜູ້ເຂົ້າຮ່ວມທັງໝົດ 496 ຄົນ, ຍິງ 188 ຄົນ.
ການລົງພົບປະໂອ້ລົມແມ່ນໄດ້ນໍາເອົາຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະ ພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ເປັນຕົ້ນແມ່ນບັນດາ ບັນຫາສໍາ ຄັນ ພື້ນຖານຂອງຊາດ ແລະ ຂອງແຂວງ ທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ນໍາມາເຜີຍ ແຜ່ໃຫ້ບັນດາທ່ານໄດ້ຮັບຮູ້, ເຂົ້າໃຈ ແລະ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ; ພ້ອມດຽວກັນນັ້ນ, ໄດ້ຖືເອົາໂອກາດອັນສໍາຄັນດັ່ງກ່າວຮັບຟັງ ຄໍາຄິດ, ຄໍາເຫັນ ແລະ ສະເໜີກ່ຽວກັບ ສະພາບ ການ ຄຸ້ມຄອງລັດ–ຄຸ້ມຄອງເສດຖະກິດ-ສັງຄົມ ຢູ່ເມືອງ ເຊິ່ງຄໍາສະເໜີສ່ວນຫຼາຍແມ່ນສະເໜີໃຫ້ລັດຖະ ບານ ຊ່ວຍທະລຸເສັ້ນທາງເຂົ້າໄປຫາບ້ານຫາດສາ ແລະ ປາກລວງ, ຂະຫຍາຍສັນຍານອິນເຕີເນັດ, ຂະຫຍາຍຕາຂ່າຍໄຟຟ້າແຕ່ບ້ານຫາດສາຫາບ້ານປາກລວງ, ບັນຫາເຮືອນ ແລະ ຫໍປະຊຸມບ້ານເປ່ເພ ຍ້ອນສະພາບດິນຍຸບ ແລະ ສະເໜີຫ້ອງການກ່ຽວຂ້ອງຂອງເມືອງຊອກທຶນຮອນໃນການລົງຊຸກຍູ້ສົ່ງເສີມປະຊາຊາຊົນໃນການປູກ ແລະ ການລ້ຽງໃຫ້ມີເຕັກນິກແລະ ໄດ້ຮັບຜົນຜະລິດສູງ.
ໃນໂອກາດດັ່ງກ່າວ ທ່ານ ສົມພອນ ສີອຸດົມພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ຄະນະພັກ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນທີ່ມີຄວາມສາມັກຄີ, ມີຄວາມເອກະພາບຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍ່ຄືການປະຕິບັດຕາມການຈັດສັນທີ່ຢູ່ອາໄສທີ່ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 3, ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງພ້ອມກັນເອົາໃຈໃສ່ຮັກສາຄວາມສະຫງົບພາຍ ໃນບ້ານ ເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເປັນຕົ້ນແມ່ນບັນຫາຢາເສບຕິດ, ເອົາໃຈໃສ່ພັດທະນາເສດຖະກິດຄອບຄົວສ້າງລາຍຮັບເຂົ້າຄອບຄົວດ້ວຍການຜະລິດສິນຄ້າກະສິກໍາທີ່ບ້ານມີທ່າແຮງ ແລະ ມູນເຊື້ອຢູ່ແລ້ວ ໃຫ້ມີການຂະຫຍາຍຕົວ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ໃຫ້ດີຂື້ນເລື່ອຍ.
ຂ່າວແລະພາບ: ຄໍາດີ ພັນທະລີ