ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ລົງມອບຄອມພິວເຕີ

ສ.ຫ. 6, 2025

ໃນວັນທີ 30 ກໍລະກົດ 2025 ທ່ານ ນາງ ສົດທິດາ ທິບມູນຕາລີ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກທີ 9 ພ້ອມດ້ວຍຄະນະໄດ້ລົງມອບຄອມພິວເຕີຕັ້ງໂຕະໃຫ້ແກ່ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຜາໄຊ ເຊິ່ງກ່າວຮັບໂດຍທ່ານ ພອນສະໄໝ ພວງຄໍາຫວັງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມເມືອງ ເຂົ້າຮ່ວມເປັນສັກຂີພີຍານໃນຄັ້ງນີ້ມີຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຜາໄຊ, ພະນັກງານຈາກສະພາປະຊາຊົນແຂວງ ແລະ ພະນັກງານຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຜາໄຊເຂົ້າຮ່ວມ. ເຄື່ອງທີ່ນໍາໄປມອບໃນຄັ້ງນີ້ມີຄອມພິວເຕີຕັ້ງໂຕະ 1 ຊຸດ ມູນຄ່າ 15 ລ້ານກີບ. ໃນພິທີທ່ານ ພອນສະໄໝ ພວງຄໍາຫວັງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມເມືອງ ​ກ່າວ​ຄວາມ​ຂອບ​ໃຈ ມາ​ຍັງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເຂດ 9 ກໍ​ຄື​ສະພາ​ປະຊາຊົນ​ແຂວງຊຽງຂວາງ ທີ່ມີຄວາມເປັນຫວງເປັນໄຍທີ່​ໄດ້​ນໍາ​ເອົາ​ຄອມພິວ​ເຕີ ​ມາໃຫ້​ໃນ​ຄັ້ງ​ນີ້, ຈະ​ນໍາ​ໃຊ້​ເຂົ້າ​ໃນ​ໜ້າທີ່ວຽກ​ງານລວມ​ໃຫ້​ມີ​ສິດທິ​ຜົນ​ສູງ​ ​​ປົກ​ປັກ​ຮັກສາ​ໄວ້ໃຫ້​ໄດ້​ໃຊ້​ຍາວນານ ແລະ ຫວັງຢ່າງຍິ່ງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອໃນດ້ານຕ່າງໆຕື່ມອີກ.

ສະພາ​ປະຊາຊົນ​ແຂວງ​ຊຽງ​ຂວາງ

ຂ່າວ​ໂດຍ: ນາງ ສຸກ​ສະຫວັນ ອິນ​ທະ​ແສງ