loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ6 ລົງພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງປາກອູ ແຂວງຫຼວງພະບາງ

ກ.ຍ. 9, 2024 | ເຂດ 6 ຫລວງພະບາງ

ໃນວັນທີ 28-29 ສິງຫາ ຜ່ານມານີ້, ທ່ານ ປອ ສີນາວາ ສຸພານຸວົງ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ, ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX, ຢູ່ 5 ຈຸດຂອງ ເມືອງປາກອູ ລວມມີ 5 ບ້ານ ຄື: ບ້ານຫາດຊວາ, ບ້ານປາກແຈກ, ບ້ານລາດທ່າແຮ່, ບ້ານຫ້ວຍໂລ ແລະ ບ້ານຄອນຄໍາ. ໂດຍການເຂົ້າຮ່ວມຕິດຕາມຂອງ ທ່ານ ໄຊເຢ່ຍ ເຊັງທ່າວ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກອູ, ມີຜູ້ເຂົ້າຮ່ວມທີ່ມາຈາກ 5 ບ້ານ ລວມທັງໝົດ 386 ຄົນ, ຍິງ 190 ຄົນ.

ການລົງພົບປະຜູ້ມີສິດເລືອກຕ້ັງໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ເອກະສານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ລັດຖະບານ, ແຜນງົບປະມານແຫ່ງລັດແຜນເງິນຕາ ຕິດພັນການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024ທີ່ໄດ້ນຳມາຄົ້ນຄ້ວາ, ພິຈາລະນາ ແລະ ຮັບຮອງ ໃນກອງປະຊຸມສະພາແຫ່ງຊາດ, ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງຢູ່ທ້ອງຖິ່ນຮາກຖານເມືອງ ແລະ ບ້ານ ທັງເປັນການພົບປະໂອ້ລົມ, ຮັບຟັງ, ພ້ອມທັງແລກປ່ຽນຄໍາຄິດຄໍາເຫັນ, ຄໍາສະເໜີ ຕິດພັນກັບການເກັບກໍາສະພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຢູ່ພາຍໃນເມືອງຕື່ມອີກ.

ໃນຕອນທ້າຍຂອງພິທີ ທ່ານ ໄດ້ມີຄຳເຫັນຕໍ່ຄຳສະເໜີຂອງປະຊາຊົນ, ິ່ທ່ານໄດ້ອະທິບາຍ ແລະ ຊີ້ແຈງແກ້ໄຂຂໍ້ຂ້ອງໃຈຕໍ່ຄຳສະເໜີ ຂອງ ປະຊາຊົນໄດ້ຈຳນວນໜື່ງ ເຮັດໃຫ້ປະຊາຊົນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງກ່ຽວກັບບັນຫາດັ່ງກ່າວ, ພ້ອມທັງມອບບັນຫາດັ່ງກ່າວໃຫ້ອົງການປົກຄອງເມືອງ ແລະ ອົງການປົກຄອງບ້ານ ສືບຕໍ່ແກ້ໄຂຕາມຂັ້ນຕອນ, ຖ້າຫາກການແກ້ໄຂພົບຄວາມຫຍຸ້ງຍາກ ຈຶ່ງສະເໜີມາໃຫ້ຂັ້ນເທິງເພື່ອພິຈາລະນາຊ່ວຍ.

ຂ່າວ​​​​: ຄໍາຫຼ້າ ພອນພິລາ

ພາບ: ຄໍາຫຼ້າ ສະວະບຸດ